Home ອຸບັດຕິເຫດ ພົບແລ້ວ ເດັກຍິງຈົມນໍ້າ ທີ່ບ້ານດົງບຸດດີ ເມືອງໄຊທານີ ຫຼັງຄົ້ນຫາມາ 2 ວັນ
ພົບແລ້ວ ເດັກຍິງຈົມນໍ້າ ທີ່ບ້ານດົງບຸດດີ ເມືອງໄຊທານີ ຫຼັງຄົ້ນຫາມາ 2 ວັນ
May 06, 2019 0
ນະຄອນຫຼວງວຽງຈັນ: ລາຍງານຈາກ ກູ້ໄພ 1624 ໃຫ້ຮູ້ວ່າ ໃນຕອນເຊົ້າວັນທີ 6 ພຶດສະພາ 2019 ໜ່ວຍກູ້ໄພ 1624 ສົມທົບກັບ ກູ້ໄພ ນາຄາ ແລະ ຫຼາຍໜ່ວຍງານ ໄດ້ອອກຕະເວນຄົ້ນຫາ ເດັກນ້ອຍຍິງ ອາຍຸ 11 ປີ ທີ່ຈົມນໍ້າສູນຫາຍ ແຕ່ວັນທີ 4 ພຶດສະພາ 2019 ທີ່ເຂດ ບ້ານດົງບຸດດີ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ການຄົ້ນຫາຕາມລ້ອງນໍ້າງຶ່ມ ແລະ ສາມາດພົບເຫັນ ສົບເດັກຍິງຟູ ລອຍນໍ້າ. ທາງກູ້ໄພຈິ່ງໄດ້ ຫໍ່ສົບ ແລະ ນໍາສົ່ງໃຫ້ຄອບຄົວ ໄປເຮັດພິທີຊາປະນະກິດ ຕາມຮີດຄອງປະເພນີ.
ເຕືອນໄພທຸກຄົນ ໃຫ້ມີສະຕິລະວັງຕົວ ເບິ່ງແຍງລູກຫຼານຂອງຕົນ. ບໍ່ຄວນປະປ່ອຍໃຫ້ຫຼິ້ນນໍ້າຕາມລໍາພັງ ເຖິງແມ່ນວ່າຈະລອຍນໍ້າເປັນ.
ເພາະອີກເຫດ ວັນທີ 5 ພຶດສະພາ 2019 ຜ່ານມາກໍ່ເກີດເຫດ ເດັກຍິງສອງຄົນ ອາຍຸ 11 ປີ ທັງສອງ ຈົມນໍ້າທີ່ແມ່ນໍ້າເຊກອງ ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງສາມາດ ພົບສົບ ແລ້ວ 1 ຄົນ, ສ່ວນອີກ ຄົນແມ່ນຍັງຄົ້ນຫາ
ຄລິບການກູ້ໄພສົບເດັກນ້ອຍ ທີ່ບ້ານດົງບຸດດີ
ສະແດງຄວາມເສຍໃຈກັບເຫດການຄັ້ງນີ້
ລາຍງານໂດຍ: 1624
--------------------------------
Subscribe to:
Post Comments
(
Atom
)



Post a Comment