ລົດຂົນສົ່ງເສຍຫຼັກ ຕໍາຕົ້ນໄມ້ ເຂດບ້ານຜາຕັ້ງ ເມືອງວັງວຽງ ເຈັບ 1 ຄົນ 6/5/19


ແຂວງວຽງຈັນ: ລາຍງານຈາກ ກູ້ໄພ 1623​ ແຂວງວຽງຈັນ ໃຫ້ຮູ້ວ່າ ໃນວັນທີ 6 ພຶດສະພາ 2019 ເວລາ14:31ໂມງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ສາຂາແຂວງວຽງຈັນ ເມືອງວັງວຽງ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ວ່າມີ ເຫດລົດໃຫ່ຍຕຳຕົ້ນໄມ້ ຈຸດເກີດເຫດ ບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ.




ໜ່ວຍກູ້ໄພມູນນິທິໄປຮອດຈຸດເກີດເຫດພົບວ່າມີ ຜູ້ບາດເຈັບ 1 ຄົນ ເປັນເພດຍິງ ອາຍຸ 42ປີ ບ້ານວຽງຄຳ ເມືອງກາສີ ແຂວງວຽງຈັນ ສັນຊາດລາວ ອາການເບື້ອງຕົ້ນແມ່ນ ມີບາດເປີດຢູ່ຕີນເບື້ອງຂວາແລະຕີນຫັກ (ມີສະຕິດີ). ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານຂັ້ນເບື້ອງຕົ້ນໃຫ້ຄົນເຈັບແລ້ວນຳສົ່ງຄົນເຈັບໄປທີ່ ໂຮງຫມໍເມືອງວັງວຽງ.




ລົດທີ່ເກີດເຫດ ແມ່ນລົດ ຂົນສົ່ງ ຍີ່ຫໍ້ ອີຊຸຊຸ, ສ່ວນສະພາບລົດ ແມ່ນເພເສຍຫາຍໜັກ, ດ້ານແມ່ນຍຸບເຂົ້າ ເພາະໄປກະທົບຮຸນແຮງກັບຕົ້ນໄມ້.








--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes