ງົວຖືກຟ້າຜ່າ ຕາຍ 10​ ໂຕ ທີ່ເມືອງໂພນທອງ 7/5/19



ຈໍາປາສັກ: ເກີດເຫດ ຟ້າຜ່າ ງົວຕາຍ 10​ ໂຕ, ຈາກການລາຍງານຂອງປະຊາຊົນ ແຈ້ງຂ່າວ ໃຫ້ຮູ້ວ່າ ເກີດເຫດຝົນຕົກຟ້າຜ່າງົວຕາຍ 10 ໂຕປະມານ3 ໂມງກາງຄືນ ໃນວັນອັງຄານ 7 ພຶດສະພາ 2019. ຢູ່ທີ່ຄູ້ມໂນນຈຳປາ, ບ້ານຝັ່ງແດງ, ເມືອງໂພນທອງ, ແຂວງປາສັກ.



ຈຸດເກີດເຫດ ແມ່ນກ້ອງຕົ້ນໄມ້ ທາງອອກມານາສົມຫວັງ. ພົບເຫັນ ງົວຕາຍ 10 ໂຕ ອ້ອມຕົ້ນໄມ້ ບ່ອນທີ່ງົວທັງໝົດ ມາລີ້ຝົນ. ຈາກຂໍ້ມູນໃຫ້ຮູ້ວ່າ ໃນຄໍ່າຄືນ ຜ່ານມາເກີດຝົນຕົກ ແລະ ຟ້າເຫຼື້ອມ ເຂດດັ່ງກ່າວ, ແລ້ວເກີດຟ້າຜ່າມາຈຸດດັ່ງກ່າວ ເຮັດໃຫ້ງົວ ທັງໝົດ ຕາຍ.





ຄລິບຈາກທີ່ເກີດເຫດ



ລາຍງານໂດຍ: ປະຄອງ ອ່ອນສິມມາ 

--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes