ປະຊາຊົນບ້ານອີ່ໄລ ຈັດພິທີລ້ຽງບ້ານ ຢ່າງອາລັງການ



ນະຄອນຫຼວງວຽງຈັນ: ໃນວັນທີ 6 ພຶດສະພາ 2019 ປະຊາຊົນ ບ້ານອີໄລ່ ເມືອງນາຊາຍທອງ ນະຄອນຫຼວງວຽຈັນ ໄດ້ຈັດ ພິທີລຽ້ງບ້ານ ຕາມການນັບຖືມາແຕ່ປູ່ຍ່າຕານາຍ.



ເຊິ່ງພິທີລ້ຽງບ້ານນີ້ ຕາມການບອກເລົ່າ ແມ່ນບູຊາ ປູ່ຫົງປູ່ຕາບາ້ນອີ່ໄລ. ເຊິ່ງຊາວບ້ານໃຫ້ຄວາມເຄົາລົບນັບຖື ແລະ ພາກັນມາຂໍພອນ ໃຫ້ປົກປັກຮັກສາລູກຫຼານບ້ານເມຶອງ, ບໍ່ວ່າຜູ່ຢູ່ໃກ້ຫຼື ໄກ ກໍ່ໃຫ້ມີຄວາມສຸກກາຍສະບາຍໃຈ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານ.



ການລ້ຽງບ້ານນີ້ ແຕ່ລະຄອບຄົວ ກໍ່ຈະພາກັນ ຕົ້ມໄກ່ມາ ທີ່ເປັນຂອງມັກຂອງ ປູ່ຫົງປູ່ຕາ. ຄົນລະສອງສາມສີ່ຫ້າ ໂຕ. ເອົາມາເຕັມກາງເດີນເລີຍ.









ລາຍງານໂດຍ: ຊາວບ້ານອີ່ໄລ

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes