Home ອັດຕະປື ການຄົ້ນຫາ ເດັກຍິງ 2 ຄົນຈົມນໍ້າເຊກອງ ທີ່ເມືອງສະໜາມໄຊ ສາມາດພົບຜູ້ເສຍຊີວິດທັງສອງແລ້ວ! ຂໍໃຫ້ທັງສອງໄປສູ່ສຸຂະຕິ
ການຄົ້ນຫາ ເດັກຍິງ 2 ຄົນຈົມນໍ້າເຊກອງ ທີ່ເມືອງສະໜາມໄຊ ສາມາດພົບຜູ້ເສຍຊີວິດທັງສອງແລ້ວ! ຂໍໃຫ້ທັງສອງໄປສູ່ສຸຂະຕິ
May 07, 2019 0
ອັດຕະປື: ຈາກເຫດການ ເດັກຍິງສອງຄົນ ອາຍຸ 11 ປີ ທີ່ຈົມນໍ້າສູນຫາຍ ໃນຕອນເຊົ້າ ວັນທີ 5 ພຶດສະພາ 2019 ທີ່ ແມ່ນໍ້າເຊກອງ ເຂດເມືອງສະໜາມໄຊ ແຂວງອັດຕະປື.
ການຄົ້ນຫາ ນ້ອງທັງສອງແມ່ນເປັນໄປດ້ວຍຄວາມຍາກລໍ້າບາກ ເພາະບໍ່ມີອຸປະກອນດໍານໍ້າທີ່ທັນສະໄໝ. ເຖິງຢ່າງໃດກໍ່ດີ, ປະຊາຊົນ ສົມທົບກັບເຈົ້າໜ້າທີ່ ກໍ່ໄດ້ ເລັ່ງຄົ້ນຫາ
ຈົນຮອດຕອນຄ້າຍແລງ ວັນດຽວກັນ ວັນທີ 5 ພຶດສະພາ 2019, ສາມາດ ພົບຮ່າງ ຜູ່ເສຍຊີວິດ 1 ຄົນ ເປັນສົບ ຂອງນາງລິນ. ຂໍ້ມູນໃຫ້ຮູ້ອີກວ່າ, ນາງລິນ ແມ່ນລູກສາວຄົນດຽວ ເຊິ່ງປຽບເໝືອນແກ້ວຕາດວງໃຈຂອງຜູ່ເປັນພໍ່ແມ່. ກໍ່ຕ້ອງມາຈົບຊີວິດລົງ.
ຄລິບຕອນນໍາສົບ ນາງລິນ ຂຶ້ນມາຈາກ ນໍ້າເຊກອງ
ການຄົ້ນຫາໃນຄືນ ວັນທີ 5 ພຶດສະພາ 2019 ໄດ້ໂຈະໄວ້ຊົວຄາວ, ແລະທີມງານ ຄົ້ນຫາ ໄດ້ສືບຕໍ່ ໃນເຊົ້າວັນຈັນ ທີ 6 ພຶດສະພາ 2019. ຈິ່ງສາມາດ ພົບຮ່າງຂອງ ນາງ ແຜັດ. ຈິ່ງໄດ້ນໍາຂຶ້ນມາໃຫ້ທາງຄອບຄົວ ນໍາໄປ ຊາປະນະກິດ ຕາມຮີດຄອງປະເພນີ.
ສະແດງຄວາມເສຍໃຈ ມາຍັງຄອບຄົວຂອງນ້ອງທັງສອງ. ຂໍໃຫ້ ນາງລິນ ແລະ ນາງແຜັດ ໄປສູ່ພູມພົບທີ່ດີ ດ້ວນເທີ້ນ.
------------------------
ຂ່າວກ່ອນໜ້ານີ້
ອັດຕະປື: ເກີດເຫດສະຫຼົດໃຈ ເດັກນ້ອຍ ຍິງ ສອງ ຄົນ ອາຍຸ 11 ປີ ທັງສອງ ທີ່ເປັນຄົນບ້ານເຮືອນໃກ້ກັນ ພາກັນມາຫຼິ້ນນໍ້າ ແລ້ວ ຈົມນໍ້າ ທີ່ແມ່ນໍ້າເຊກອງ ເມືອງສະໜາມໄຊ ແຂວງອັດຕະປື. ໃນຕອນເວລາ ປະມານ 10:00 ຕອນເຊົ້າ ວັນທີ 5 ພຶດສະພາ 2019.
ຂະນະນີ້ ທາງປະຊາຊົນ ແມ່ນພາກັນ ຊອກຫາ ຍັງບໍ່ພົບ.
ຂໍໃຫ້ພົບເຫັນ ທັງສອງໄວໆ. ສະແດງຄວາມເສຍໃຈຈາກເຫດການຄັ້ງນີ້ດ້ວຍ.
ເປັນອຸທາຫອນ ແກ່ຜູ່ປົກຄອງທຸກທ່ານຕ້ອງມີສະຕິລະວັງຕົວ ແລະ ເບິ່ງແຍງລູກຫຼານຂອງທ່ານໃຫ້ດີ.
ລາຍງານໂດຍ: ສາວນຸ້ຍ
ພາບຜູ່ສູນຫາຍ ຊື່ ນາງ ລິນ ແລະ ນາງ ແຜັດ
--------------------------------
Subscribe to:
Post Comments
(
Atom
)









Post a Comment