ໄຟໄໝ້ເສຍຫາຍ 1 ຫຼັງ ທີ່ບ້ານຫາດຍາວ ເມືອງສະໜາມໄຊ 7/5/19 (ມີຄລິບ)


ອັດຕະປື: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ຕອນບ່າຍ ວັນທີ 7 ພຶດສະພາ 2019 ເກີດເຫດອັກຄີໄພ ໄຟໝ້ ເຮືອນປະຊາຊົນ 1 ຫຼັງ ຢູ່ເຂດ ບ້ານຫາດຍາວ ເມືອງສະໜາມໄຊ ແຂວງອັດຕະປື .


ເຮືອນທີ່ໄໝ້ ແມ່ນເຮືອນໄມ້, ເຮັດໃຫ້ໄຟລາມ ຢ່າງໄວວາ. ປາຊາຊົນ ໄດ້ຊ່ວຍກັນ ລະດົມກັນມອດໄຟ, ແຕ່ກໍ່ບໍ່ສາມາດຈະດັບໄຟໄດ້ທັນ ເພາະໄຟລາມໄວຫຼາຍ.

ບໍ່ມີລາຍງານຜູ່ບາດເຈັບ ຈາກເຫດການຄັ້ງນີ້. ສ່ວນຄວາມເສຍຫາຍ ແລະ ສາເຫດ ທາງເຈົ້າໜ້າທີ່ຈະກວດສອບຕໍ່ໄປ.

ສະແດງຄວາມເສຍໃຈກັບ ຄອບຄົວທີ່ເຄາະຮ້າຍ ປະສົບເຫດ ອັກຄີໄພໃນຄັ້ງນີ້.


ເຕືອນໄພທຸກຄົນ ຕ້ອງໄດ້ລະມັດລະວັງ ແລະ ມີສະຕິ ໃນການປ້ອງກັນບັນຫາອັກຄີໄພ ເພາະໄລຍະນີ້ ເກີດໄຟໄໝ້ ຫຼາຍແຫ່ງ ໃນປະເທດລາວ. ຕ້ອງກວດສອບ ເຄື່ອງໃຊ້ໄຟຟ້າ, ເວລາໄຕ້ທູບທຽນ ຕ້ອງລະມັດລະວັງ.







ຄລິບຕອນໄຟໄໝ້


--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes