Home ອຸບັດຕິເຫດ ລົດຈັກຕໍາກັນ ເຈັບ 2 ຄົນ ທາງໜອງໜ່ຽງ! ບ່າວກູ້ໄພຟ້າວໃຫ້ການຊ່ວຍເຫຼືອ
ລົດຈັກຕໍາກັນ ເຈັບ 2 ຄົນ ທາງໜອງໜ່ຽງ! ບ່າວກູ້ໄພຟ້າວໃຫ້ການຊ່ວຍເຫຼືອ
May 07, 2019 0
ນະຄອນຫຼວງວຽງຈັນ: ລາຍງານຈາກກູ້ໄພ ນາຄາໃຫ້ຮູ້ວ່າ ໃນວັນທີ 07/05/2019 ເວລາປະມານ 09:00 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 2345 6784 ວ່າມີລົດຈັກຕຳກັບລົດຈັກ ຈຸດເກີດເຫດແມ່ນຢູ່ເຂດ ບ້ານ ໜອງໜ່ຽງ ເມືອງ ໄຊເສດຖາ ແຂວງ ນະຄອນຫລວງວຽງຈັນ
ອຸປະຕິເຫດຄັ້ງນີ້ເຮັດໃຫ້ມີຜູ້ບາດເຈັບ 2 ຄົນ
ຜູ້ທີ່1: ເປັນເພດຍິງອາການເບື້ອງຕົນແມ່ນມີບາດແຜຖະຫລອກຕາມແຂນຂາ
ຜູ້ທີ2: ເປັນເພດຍິງອາການເບື້ອງຕົນແມ່ນມີບາດແຜຖະຫລອກຢູ່ຕີນຊ້າຍ
ດັ່ງນັ້ນ ຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ 150 ຕຽງ.
ເຕືອນໄພທຸກຄົນຈົ່ງລະມັດລະວັງໃນການຂັບຂີ່, ຂີ່ລົດຈັກຕ້ອງໃສ່ໝວກກັນກະທົບ.
Subscribe to:
Post Comments
(
Atom
)






Post a Comment