ປກສ ຈໍາປາສັກ ລົງກວດສານເສບຕິດ ນັກສຶກສາ ວິທະຍາໄລຄູປາກເຊ




ຈໍາປາສັກ: ໃນວັນທີ 2 ພຶດສະພາ 2019 ນີ້ວິທະຍາໄລຄູປາກເຊ (ວຄປ) ຮ່ວມກັບພະແນກກວດກາ ແລະ ຄວບ ຄຸມຢາເສບຕິດ ປກສ ແຂວງຈໍາປາສັກ ໄດ້ຈັດພິທີກວດຫາສານເສບຕິດໃນນໍ້າປັດສະວະຂອງນັກສຶກສາ ປະ ຈໍາສົກຮຽນ 2018-2019 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນ ພູວັນໂນ ຜູ້ອໍານວຍການ ວຄປ, ທ່ານ ພັນໂທ ບຸນຍັງ ບົວແພງພັນ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ, ມີຄະນະວິຊາການກວດສານເສບຕິດພະແນກກວດກາ-ຄວບຄຸມຢາເສບຕິດ ປກສ ແຂວງ, ຄູອາຈານ ແລະ ນັກສຶກ ສາເຂົ້າຮ່ວມ.

ທ່ານ ພອນ ພູວັນໂນ ໃຫ້ຮູ້ວ່າ: ການຈັດຕັ້ງການກວດຫາສານເສບຕິດໃນນໍ້າປັດສະວະຂອງນັກສຶກ ສາຄັ້ງນີ້ກໍ່ເພື່ອເປັນການກະຕຸກຊຸກຍູ້ຄວາມມີສະຕິ ແລະ ຄວາມເປັນເຈົ້າການຂອງນັກສຶກສາ ບໍ່ໃຫ້ເຂົ້າໄປ ຫຍຸ້ງກ່ຽວກັບຢາເສບຕິດ, ໃນກໍລະນີຫາກກວດພົບສານເສບຕິດໃນນໍ້າປັດສະວະຂອງນັກສຶກສາຄົນໃດ ແມ່ນ ຕ້ອງໄດ້ມີການກ່າວເຕືອນ, ສຶກສາອົບຮົມ ຊອກຫາທາງອອກຊ່ວຍຜູ້ກ່ຽວ ໂດຍອາດຈະສົມທົບກັບຜູ້ປົກ ຄອງ, ເຈົ້າໜ້າທີ່ວິຊາສະເພາະທີ່ກ່ຽວຂອງ ຈັດຕັ້ງດໍາເນີນການຊ່ວຍເຫຼືອໃຫ້ທັນເວລາ, ການກວດຫາສານ ເສບຕິດດັ່ງກ່າວມີນັກສຶກສາເຂົ້າຮ່ວມທັງໝົດ 649 ຄົນ.


ຂ່າວ-ພາບ: ຈັນທະວີສັກ

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes