ຕ້ອງພັດທະນາຜະລິດຕະພັນຫັດຖະກຳ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງນັກທ່ອງທ່ຽວ



ນະຄອນຫຼວງວຽງຈັນ:  ທີ່ ໂຮງແຮມຄຣາວພລາຊາ ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ຮ່ວມກັບ ສະມາຄົມຫັດຖະກຳລາວ ຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດກ່ຽວກັບການເຊື່ອມໂຍງວຽກງານຫັດຖະກຳ ແລະ ທ່ອງທ່ຽວແບບຍືນຍົງ ສະໜັບສະໜູນໂດຍ ໂຄງການພັດ ທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ເປັນປະທານຮ່ວມຂອງ ທ່ານ ທະວີເພັດ ອຸລາ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ແລະ ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ ມີ ຄະນະທີ່ປຶກສາ ຄະນະບໍລິຫານສະມາຄົມ ຕາງໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ - ນວ ແລະ ຫົວໜ່ວຍທຸລະກິດຫັດຖະກຳລາວເຂົ້າຮ່ວມ.



ກອງປະຊຸມໃນຄັ້ງນີ້ໄດ້ຈັດຂຶ້ນເພື່ອເນັ້ນໃສ່ສົ່ງເສີມການຜະລິດເຄື່ອງຫັດຖະກຳໃຫ້ສອດຄ່ອງກັບຄວາມຕ້ອງການຂອງນັກທ່ອງ ທ່ຽວຄືດັ່ງຮູ້ນຳກັນວ່າໃນໄລຍະຜ່ານມາຄຸນນະພາບຂອງເຄື່ອງຫັດຖະກຳລາວທີ່ໄດ້ສະໜອງໃຫ້ແກ່ນັກທ່ອງທ່ຽວແມ່ນຍັງບໍ່ທັນພຽງພໍ ລວມໄປເຖິງລາຄາ ແລະ ຄວາມຕ້ອງການຂອງກຸ່ມຕະ ຫຼາດເປົ້າໝາຍເຊັ່ນວ່າ ກຸ່ມນັກທ່ອງທ່ຽວໄທ ຍີ່ປຸ່ນ ອາເມຣິກາ ຝຣັ່ງ ແລະ ປະເທດອື່ນໆທີ່ອາດຈະມີຄວາມຕ້ອງການທີ່ແຕກຕ່າງກັນ



ເຊິ່ງສິ່ງດັ່ງກ່າວນີ້ເປັນສິ່ງທີ່ທ້າທາຍ ແລະ ເປັນບັນຫາພໍ ສົມຄວນດັ່ງນັ້ນຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນມາເພື່ອໃຫ້ຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆເຂົ້າມາປຶກສາຫາລືເພື່ອຍົກໃຫ້ເຫັນເຖິງບັນຫາ ແລະ ສິ່ງທ້າທາຍທີ່ແຕ່ລະແຂວງໄດ້ພົບພໍ້ກ່ຽວ ກັບການພັດທະນາຜະລິດຕະພັນຫັດຖະກຳທີ່ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ.



ພາບ-ຂ່າວ ເພັດສະໝອນ




--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes