Home ອຸບັດຕິເຫດ ລົດຈັກເຂົ້າກ້ອງລົດ 10 ລໍ້ ເຈັບ 1 ທີ່ ທາງໄປປາກຊ່ອງ
ລົດຈັກເຂົ້າກ້ອງລົດ 10 ລໍ້ ເຈັບ 1 ທີ່ ທາງໄປປາກຊ່ອງ
May 02, 2019 0
ຈໍາປາສັກ: ອຸບັດຕິເຫດ ທາງທ້ອງຖະໜົນ ບັນຫາທີ່ໜ້າເປັນຫ່ວງ. ຈາກການລາຍງານຂອງ ກູ້ໄພ 1623 ແຂວງຈໍາປາສັກ ໃຫ້ ໃນວັນທີ 2 ພຶດສະພາ 2019 ເກີດເຫດ ລົດຈັກ ຕໍາກັບ ລົດສິບລໍ້ ທີ່ເຂດທາງ ຫຼັກ 19 ທາງໄປປາກຊ່ອງ, ແຂວງຈໍາປາສັກ.
ທີ່ເກີດເຫດ ພົບເຫັນ ລົດຈັກຕໍາກັບ ລົດສິບລໍ້, ລົດຈັກແມ່ນເຂົ້າໄປທີ່ກ້ອງລົດໃຫຍ່. ສ່ວນຜູ່ຂັບລົດຈັກ ແມ່ນຟົ້ງໄປຂ້າງທາງ. ເຮັດໃຫ້ເຈັບໜັກສົມຄວນ. ຄົນເຈັບ ເປັນເພດຊາຍ ອາຍຸ 21 ປີ ປະຊາຊົນ ບ້ານຫຼັກ 22 ເມືອງບາຈຽງຈະເລີນສຸກ, ແຂວງຈໍາປາສັກ. ມີອາການບາດແຜຕາມຕົນໂຕ ແລະ ຕີນຈີກ.
ດັ່ງນັ້ນ, ໜ່ວຍກູ້ໄພ 1623ແຂວງຈໍາປາສັກ ຈິ່ງນໍາສົ່ງໂຮງໝໍແຂວງ. ສ່ວນການສອບສວນການເກີດອຸບັດຕິເຫດ ຈະເປັນໜ້າທີ່ຂອງ ຕໍາຫຼວດທີ່ກ່ຽວຂ້ອງ.
ລາຍງານໂດຍ: 1623 ຈໍາປາສັກ
--------------------------------
Subscribe to:
Post Comments
(
Atom
)





Post a Comment