Home ອຸບັດຕິເຫດ ກະບະຮຸ່ນໄດປີ້ນ ເຈັບ 6 ເສຍຊີວິດ 1 ທີ່ທາງໂຄ້ງ ຂົວຂ້າມນ້ຳກັບ ບ້ານໜອງເກີນ ເມືອງທ່າພະບາດ
ກະບະຮຸ່ນໄດປີ້ນ ເຈັບ 6 ເສຍຊີວິດ 1 ທີ່ທາງໂຄ້ງ ຂົວຂ້າມນ້ຳກັບ ບ້ານໜອງເກີນ ເມືອງທ່າພະບາດ
May 02, 2019 0
ບໍລິຄໍາໄຊ: ເປັນຂ່າວສະຫຼົດໃຈອີກແລ້ວ ເມື່ອໄດ້ຮັບຂ່າວຈາກ ປກສ ບໍລິຄໍາໄຊ ລາຍງານໃຫ້ຮູ້ວ່າ ເວລາປະມານ 15:00 ວັນທີ 2 ພຶດສະພາ 2019 ນີ້, ໄດ້ເກີດມີອຸບັດຕິເຫດລົດຮຸນໄດ ໝາຍເລກທະບຽນ ກດ 0203 ກໍາແພງນະຄອນ ປີ້ນຢູ່ບໍລິເວນທາງໂຄ້ງ ຂົວຂ້າມນ້ຳກັບ ບ້ານໜອງເກີນ ເມືອງທ່າພະບາດ, ແຂວງບໍລິຄໍາໄຊ
ອຸບັດຕິເຫດດັ່ງກ່າວ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1ຄົນ, ບາດເຈັບ 6 ຄົນ (ເຈັບສາຫັດ1 ຄົນ, ສົມຄວນ 4 ຄົນ, ເລັກນ້ອຍ 1 ຄົນ). ຄົນເຈັບໄດ້ຖືກນໍາສົ່ງໂຮງໝໍ, ສ່ວນຄົນເສຍຊີວິດ ແມ່ນຍາດພີ່ນ້ອງໄດ້ນໍາໄປບໍາເພັນກຸສົນ.
ສ່ວນລົດທີ່ປີ້ນ ແມ່ນເພເສຍຫາຍໜັກ.
ເຕືອນໄພທຸກຄົນໃຊ້ລົດໃຊ້ຖະໜົນໃຫ້ລະມັດລະວັງ ແລະ ມີສະຕິ.
--------------------------------
Subscribe to:
Post Comments
(
Atom
)





Post a Comment