ແຈ້ງການດ່ວນ! ຫ້າມການໂຄສະນາ ເຄື່ອງດຶ່ມທີ່ມີທາດເຫຼົ້າ ທຸກປະເພດ


ເປັນຂ່າວດີ!

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ອອກແຈ້ງການເລກທີ 196/ຖວທ ລົງວັນທີ 24/4/2019 ເລື່ອງ: ການຢຸດຕິ ການຜະລິດສື່ໂຄສະນາ ແລະໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າ ທຸກປະເພດ

– ອີງຕາມກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ສະບັບເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014

– ອີງຕາມລຳລັດນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ສະບັບເລກທີ 95/ນຍ, ລົງວັນທີ 9 ມີນາ 2017

– ອີງຕາມແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ສະບັບເລກທີ 175/ຫສນຍ.ກຄສ, ລົງວັນທີ 01 ກຸມພາ 2019



ເພື່ອຄວາມເປັນເອກະພາບ, ສະເໝີພາບໃນການປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າ ແລະລະບຽບການທີ່ວາງອອກ.

ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຂໍຖືເປັນກຽດແຈ້ງດັ່ງນີ້:

1. ໃຫ້ບັນດາບໍລິສັດ ລັດວິສາຫະກິດ, ບໍລິສັດເອກະຊົນ, ຜູ້ປະກອບການຜະລິດ, ນຳເຂົ້າ-ສົ່ງອອກ, ຈຳຫນ່າຍ ແລະບໍລິສັດປະກອບການໂຄສະນາ, ອອກແບບ ຜະລິດ ຕິດຕັ້ງປ້າຍ ໃຫ້ຢຸດຕິດການໂຄສະນາ ເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ, ເປັນຕົ້ນແມ່ນ ຜະລິດ ຕິດຕັ້ງປ້າຍໂຄສະນາຢູ່ຕາມສາຍທາງ ແລະສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະອື່ນໆ ເປັນການຊັກຊວນໃຫ້ມີການດື່ມ

2. ໃຫ້ຂະແຫນງການຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ທົ່ວປະເທດເປັນເຈົ້າການ ຕິດຕາມກວດກາ, ຈັດຕັ້ງປະຕິບັດ ແລະແກ້ໄຂບັນຫາປ້າຍໂຄສະນາ ແລະການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ໃນສື່ປະເພດຕ່າງໆ ໃຫ້ເປັນເອກະພາບ



ດັ່ງນັ້ນ ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຊາບ ແລະປະຕິບັດເນື້ອໃນແຈ້ງການສະບັບນີ້



--------------------------------






© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes