ພາຍຸລະດູຮ້ອນ ຖະຫຼົ່ມເມືອງວິລະບູລີ ຫຼາຍບ້ານໄດ້ຮັບຜົນກະທົບ, ງົວ 10 ກວ່າໂຕຖືກຟ້າຜ່າຕາຍ 2/5/19



ສະຫວັນນະເຂດ: ຮັບຜົນກະທົບເຊັນກັນທີ່ ບ້ານເລົ່າຜາພິລາງ ເມືອງວິລະບູລີ ແຂວງສະຫວັນນະເຂດ.
ຕາມການລາຍງານລ່າສຸດ ຂອງປະຊາຊົນບ້ານ ເລົ່າຜາພິລາງ ເມືອງວິລະບູລີ ໃນແລງມື້ນີ້ ໃຫ້ຮູ້ວ່າ: ເຫດເກີດປະມານ 15 ໂມງປາຍໆ ຂອງ ວັນທີ 2 ພຶດສະພາ 2019 ໄດ້ເກີດມີພາຍຸລະດູຮ້ອນພັດຜ່ານ ເຮັດໄຫ້ມີຝົນຕົກ,​ຟ້າຮ້ອງ,​ຟ້າເຫລື້ອມ ແລະ ມີລົມແຮງ ສົ່ງຜົນເຮັດໄຫ້ເຮືອນຂອງປະຊາຊົນເປ້ເພເສຍຫາຍ ຈຳນວນ 30 ຫລັງຄາເຮືອນ ໃນນັ້ນ ເສຍຫາຍຢ່າງໜັກ 1 ຫລັງ,​ເຫລົ້າເຂົ້າ 1 ຫລັງ ໂຊກດີທີ່ບ່ໍມີໃຜເປັນຫຍັງ

ພາບຄວາມເສຍຫາຍ:






ໃນມື້ດຽວກັນ ຕາມການລາຍງານຂອງປະຊາຊົນ ບ້ານນາຊູ ເຂດຈຸດສຸມເມືອງວັງ ເມືອງວິລະບູລີ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເຫດເກີດໃນເວລາ 15:00 ໂມງ ປາຍໆ ຂອງ ມື້ນີ້ ທີ 2 ພຶດສະພາ 2019 ໄດ້ເກີດມີພາຍຸລະດູຮ້ອນພັດຜ່ານ ເກີດມີລົມແຮງ,​ຝົນຕົກ,​ຟ້າຮ້ອງ,​ຟ້າເຫລື້ອມ ແລະ ຮ້າຍແຮງກວ່ານັ້ນຄື ໄດ້ເກີດມີຟ້າຜ່າ ສັດລ້ຽງ ປະເພດ ງົວ ຂອງປະຊາຊົນ ເຊິ່ງສົ່ງຜົນ ເຮັດໄຫ້ ເສຍຊີວິດ ຫລື ຕາຍ ຄາທີ ຈຳນວນ 10 ໂຕ ທີ່ບ້ານນາຊູ ເມືອງວິລະບູລີ ໃນນັ້ນ ງົວ ຂອງປະຊາຊົນ ບ້ານເລົ່າຫລວງ 6 ໂຕ ມີ 1 ຄອບຄົວ ແລະ ບ້ານນາຊູ ມີ 4 ຄອບຄົວ ທີ່ໄດ້ຮັບຄວາມເສຍຫາຍຄັ້ງນີ້ ໂຊກດີ ທີ່ພ່ໍແມ່ປະຊາຊົນບ່ໍໄດ້ຮັບບາດເຈັບແຕ່ຢ່າງໃດ.​ ຫນ້າເປັນຫວ່ງ ຫລາຍ ສະພາບ ອາກາດໃນປະຈຸບັນ









--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes