Home ສະຫວັນນະເຂດ ກວດກາ 100% ໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ບ້ານຄໍາຄັນ ເມືອງໄຊພູທອງ
ກວດກາ 100% ໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ບ້ານຄໍາຄັນ ເມືອງໄຊພູທອງ
May 28, 2019 0
ສະຫວັນນະເຂດ: ຫວ່າງບໍດົນທີ່ຜ່ານມາ, ເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ບ້ານຄໍາຊັນ ເມືອງໄຊພູທອງ ແຂວງສະຫວັນເຂດ ແລະ, ເຊີ່ງນຳໂດຍ ທ່ານ ແສງສະຫວັນ ອະນຸສິນ ຮອງເຈົ້າເມືອງໄຊພູທອງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ,ທັງເປັນຄະນະກໍາມະການຄຸ້ມຄອງສົງເສີມການລົງທຶນຂັ້ນເມືອງ ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ອຳນາດການປົກຄອງບ້ານເຂົ້າຮ່ວມນຳ.
ໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ບ້ານຄໍາຊັນ ເຊິ່ງເປັນໂຄງການຊົນລະປະທານຂະໜາດໃຫຍ່ທີ່ມີມູນຄ່າການລົງທຶນ 3 ຕື້ 258 ລ້ານກວ່າກີບ ໂດຍແມ່ນທຶນງົບປະມານຂອງລັດຜ່ານສະພາປະຈໍາປີ 2018 ໂດຍແມ່ນບໍລິສັດເອັດດີເອັນ(SDN) ເປັນຜູ້ຮັບເໝົາກໍ່ສ້າງໂຄງການຊົນລະປະທານຫ້ວຍຫີນຫ້ອມ, ເຊິ່ງມາຮອດປັດຈຸບັນນີ້ສໍາເລັດ 100 % ພາຍຫລັງໄດ້ລົງມືມາແຕ່ວັນທີ 26 ເມສາ 2018 ເປັນຕົ້ນມາເຖິງປະຈຸບັນ,ອ່າເກັບນໍ້າຫ້ວຍຫີນຫ້ອມມີເນື້ອທີ່ທັງໝົດ 32 ເຮັກຕາ,ມີຄວາມຍາວ 450 ແມັດ,ກວ້າງ 35 ແມັດ,ສູງ 5 ແມັດ,ສັນຝາຍກວ້າງ 5 ແມັດ,ສູງຈາກໜ້າດິນ 5 ແມັດ ອ່າງເກັບນໍ້າຫ້ວຍຫີນຫ້ອມ ເຊິ່ງສາມາດຫົດເນື້ອທີ່ການຜະລິດໄດ້ 22 ເຮັກຕາ, ສ່ວນບັນດາໜ້າວຽກຫຼັກຄື: ຕົວຄັນຝາຍ,ວຽກທາງລະບາຍ,ທໍ່ເອົານໍ້າອອກຈາກອ່າງ 2 ຈຸດ, ພ້ອມນັ້ນກໍ່ໄດ້ກວດຄືນບັນດາໜ້າວຽກທີ່ໄດ້ສຶບຕໍ່ເຊັ່ນ: ເສີມຄັນຝາຍພ້ອມທັງຮັບປະກັນທາງເຕັກນິກ,ເສີມທາງລະບາຍນໍ້າ 50 ຊັງຕີແມັດເບຕົງ ,ສ້າງຂົວຂ້າມທາງລະ ບາຍນໍ້າລົດສາມາດທຽວໄດ້,ເຮັດທາງເລາະຕີນຄັນຝາຍ,ສ້ອມແປງຄືນລະຫຼົບສັນຝາຍ.
ຜ່ານການກວດກາທາງຄະນະກໍາມະການຂັ້ນເມືອງແມ່ນເຫັນດີຕາມການກໍ່ສ້າງຂອງບໍລິສັດແມ່ນຖືກຕ້ອງຕາມແຜນປາລັງເຕັກນິກ:ພາຍຫຼັງກວດກາການກໍ່ສ້າງສຳເລັດແລ້ວ, ທ່ານຮອງເຈົ້າເມືອງ ໃຫ້ຄຳຄິດເຫັນວ່າ: ການຈັດຕັ້ງປະຕິບັດໂຄງການຕ້ອງມີການຕິດຕາມ,ກວດກາ, ປະເມີນຜົນຄວາມຄືບໜ້າຂອງໂຄງການ ແລະ ໃຫ້ແຕ່ລະພາກສ່ວນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດ,ອຳນາດການປົກຄອງບ້ານ,ແມ່ນໝາກຫົວໃຈຫຼັກທີ່ນຳພາປະຊາຊົນຊົມໃຊ້ນ້ຳໃຫ້ເກີດປະໂຫຍດສຸງສຸດ ແລະ ຮັກສາໃຫ້ຮັບໃຊ້ນ້ຳໄດ້ຢ່າງຍາວນານ. ປະກອບສ່ວນເພີ່ມຜົນຜະລິດກະສິກຳໃຫ້ເພີ່ມຂື້ນ,ແກ້ໄຂການຂາດດ້ານໂພສະນາການ,ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ຫຼຸດລົງເທື່ອລະກ້າວ./
ພາບ-ຂ່າວ: ພັນທະມິດ ວົງສຸທິ
--------------------------------
Subscribe to:
Post Comments
(
Atom
)


Post a Comment