ສະຫຼົດໃຈ! ວິໂກ້ຕໍາລົດຈັກ ທີ່ 3 ແຍກໄປເມືອງປາກແຊງ, ເສຍຊີວິດຄາທີ 1 ຄົນ 28/5/19


ຫຼວງພະບາງ: ລາຍງານຈາກປະຊາຊົນ ແລະ ໜ່ວຍກູ້ຊີບອົງການກາແດງລາວ ຫຼວງພະບາງ ໃຫ້ຮູ້ວ່າ ເກີດເຫດ ສະຫຼົດໃຈ ອຸບັດຕິເຫດ ລົດກະບະວີໂກຕຳລົດຈັກຢູ່ສາມແຍກ ໄປເມືອງປາກແຊງ ບ້ານວຽງສະຫວັນ ແຂວງຫຼວງພະບາງ . ຕອນເຊົ້າ ເວລາປະມານ 8:30 ວັນທີ 28 ພຶດສະພາ 2019. ອຸບັດຕິເຫດ ໄດ້ເຮັດໃຫ້ ຜູ່ຂັບລົດຈັກ ເພດຊາຍເສຍຊີວິດຄາທີ່.



ຜູ່ເສຍຊີວິດ ຊື່ທ້າວ ສີພອນ ອາຍຸ 49ປີ ບ.ຫາດຫ່ຽນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ສະນັ້ນໜ່ວຍກູ້ຊີບອົງການກາ​ແດງລາວ​ ແຂວງຫຼວງພະບາງຈຶ່ງໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງ​ ວັດປ່າພູຊ້າງ ບ້ານໂຄມຂວາງ ແຂວງຫຼວງພະບາງ ເພື່ອໃຫ້ທາງຍາດພີ່ນ້ອງໄດ້ຈັດພິທີທາງສາສະໜາ.


ສ່ວນການກວດສາເຫດຂອງອຸບັດຕິເຫດ ເຈົ້າໜ້າທີ່ກ່ຽວຂ້ອງຈະດຳເນີນການຕໍ່ໄປ.

ລາຍງານໂດຍ: ໜ່ວຍກູ້ຊີບອົງການກາແດງລາວ ຫຼວງພະບາງ ແລະ ປະຊາຊົນ













--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes