Home ບໍລິຄໍາໄຊ ກໍາລັງນໍາສົ່ງ ຫຼານນ້ອຍ ທ້າວພະຈັນ ຂຶ້ນໄປປົວທີ່ ນະຄອນຫຼວງວຽງຈັນ 1/5/2019
ກໍາລັງນໍາສົ່ງ ຫຼານນ້ອຍ ທ້າວພະຈັນ ຂຶ້ນໄປປົວທີ່ ນະຄອນຫຼວງວຽງຈັນ 1/5/2019
May 01, 2019 0
ລາຍງານຄວາມຄືບໜ້າ ການລະດົມທຶນຊ່ວຍ ຫຼານນ້ອຍ ທ້າວ ພະຈັນ ອາຍຸ 6 ເດືອນ. ເວລາ 13:15 ວັນທີ 1 ພຶດສະພາ 2019, ທາງຄອບຄົວແຈ້ງມາໃຫ້ຮູ້ວ່າ ປະຈຸບັນ ໄດ້ຮັບນໍ້າໃຈ ບໍລິຈາກ ທັງໝົດ 5,570,000 ກີບ. ເຊິ່ງທາງຄອບຄົວ ຈິ່ງໄດ້ ປຶກສາ ແພດ ແລະ ໄດ້ນໍາເອົາ ເດັກນ້ອຍ ຂຶ້ນມາ ນະຄອນຫຼວງວຽງຈັນແລ້ວ. ຄາດວ່າ ປະມານ 16:30 ກໍ່ຈະຮອດ ນະຄອນຫຼວງວຽງຈັນ.
ຄົນເຈັບ ຈະຖືກຕົວສົ່ງໄປປິ່ນປົວ ທີ່ໂຮງໝໍເດັກ 150 ຕຽງ.
ກໍ່ເປັນກໍາລັງໃຈໃຫ້ກັບຄອບຄົວ ແລະ ຂອບໃຈທຸກທ່ານທີ່ຊ່ວຍເຫຼືອ. ສ່ວນການລະດົມທຶນ ແມ່ນຍັງເປີດຮັບ ເພາະຍັງບໍ່ທັນຮູ້ວ່າ ຄ່າໃຊ້ຈ່າຍໃນການປິ່ນປົວ ທີ່ນະຄອນຫຼວງວຽງຈັນ ຈະໃຊ້ງົບເທົ່າໃດ. ທ່ານສາມາດບໍລິຈາກ ຕາມບັນຊີ ຂ້າງລຸ່ມ.
ຄວາມຄືບໜ້າຈະແຈ້ງໃຫ້ຊາບອີກຕື່ມ.
ຄ່າລົດນໍາສົ່ງເດັກນ້ອຍ
ຂ່າວກ່ອນໜ້ານີ້
ຂໍວອນຜູ່ໃຈບຸນຊ່ວຍຄ່າປິ່ນປົວ ຫຼານນ້ອຍ ທ້າວພະຈັນ ຫາກໍ່ເກີດ ເປັນ ລູກຂອງປະຊາຊົນ ບ້ານາຄໍາບອນ ເມືອງປາກຊັນ ແຂວງບໍລິຄໍາໄຊ. ເດັກນ້ອຍເຈັບຫນັກ ປອດອັກເສບ. ພໍ່ແມ່ບໍ່ມີເງິນປິ່ນປົວ ດຽວນີ້ຢູ່ໂຮງໝໍເມືອງປາກຊັນ. ຢາກນໍາເອົາລູກຂຶ້ນມາປົວທີ່ ນະຄອນຫຼວງວຽງຈັນ.
ເບີໂທຜູ່ປົກຄອງ ຊື່ພໍ່ ທ້າວແຫຼ້ ຊື່ແມ່ ນາງນີ: 02059034923
ນາສາວ ນາງ ນີ້ມ ຊື່ແທ້ ນາງ ສຸດາລັກ 02059044409
ເລກບັນຊີ 152120001379382001
ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL
ອອກຊື່ ນາງ ສຸດາລັກ




Subscribe to:
Post Comments
(
Atom
)











Post a Comment