Home ອຸບັດຕິເຫດ ກະບະເສຍຫຼັກ ຕໍາເຂົ້າກໍາແພງຢ່າງແຮງ ເສຍຊີວິດຄາທີ 1 ຄົນ ທາງຫຼັກ 4 ເມືອງສີສັດຕະນາກ
ກະບະເສຍຫຼັກ ຕໍາເຂົ້າກໍາແພງຢ່າງແຮງ ເສຍຊີວິດຄາທີ 1 ຄົນ ທາງຫຼັກ 4 ເມືອງສີສັດຕະນາກ
May 01, 2019 0
ນະຄອນຫຼວງວຽງຈັນ: ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ລາຍງານໃຫ້ຮູ້ວ່າ ໃນວັນທີ 1 ພຶດສະພາ 2019 ເວລາ 03:17 ໂມງ ຕອນເຊົ້າ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ລົດກະບະເສຍຫລັກຕຳກຳແພງຮ້ານອັດສີດ ຈຸດເກີດເຫດ ບ້ານ ທ່າພະລານໄຊ ຫລັກ 4 ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ
ໜ່ວຍກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ຜູ້ເສຍຊີວີດ 1 ຄົນ ເປັນເພດຊາຍ ອາຍຸ 28 ປີ ອາໄສຢູ່ບ້ານ ດອນຂາຊາຍ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ. ມີອາການເບື້ອງຕົ້ນແມ່ນ: ຄໍຫັກ, ແຂນຫັກເບື້ອງຊ້າຍ, ກະທົບຫົວ, ມີບາດແຜຕາມໃບຫນ້າ ແລະມີບາດແຜຕາມຕົນໂຕ, ເສຍຊີວີດຄາທີ ດັ່ງນັ້ນໜວ່ຍກູ້ໄພມູນນີທີຈົ່ງໄດ້ນຳຜູ້ເສຍຊີວີດທີ່ ໂຮງເຢັນມູນນີທີຈີນ
ລົດທີ່ເກີດເຫດ ແມ່ນລົດ ກະບະ ມິດຊຸບິຊິ, ສະພາບລົດ ແມ່ນເພເສຍຫາຍໜັກ. ເພາະຕໍາເຂົາກຳແພງຢ່າງຮຸນແຮງ.
ລາຍງານໂດຍ: 1623
--------------------------------
Subscribe to:
Post Comments
(
Atom
)








Post a Comment