ລະທຶກ! ລົດໃຫຍ່ປີ້ນລົງຂ້າງທາງເຂດບ້ານຫ້ອມ ເຈັບ 5 ຄົນ 1/5/2019


ນະຄອນຫຼວງວຽງຈັນ: ເກີດອຸບັດຕິເຫດ ໃນວັນພຸດ ວັນທີ 1 ພຶດສະພາ 2019 ເວລາ 21:15 ນາທີ ຈາກການລາຍງານຂອງ 1628 ວ່າມີລົດໃຫຍ່ປີ້ນລົງແຄມທາງ ເຂດບ້ານຫອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.



ໜ່ວຍກູ້ໄພມູນນິທິຈີນ 1628 ໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດໃຫຍ່ 1 ຄັນມີຜູ້ບາດເຈັບຈຳນວນ 5 ຄົນເພດຊາຍ 4 ຄົນ ແລະ ເພດຍິງ 1 ຄົນ ອາການເບື້ອງຕົ້ນແມ່ນ:



ຄົນເຈັບຜູ້ທີ 1 ເພດຊາຍ ແມ່ນມີອາການ ກະທົບແຕກ, ກະທົບຜົງທ້ອງ,​ເຈັບໜັກ.
ຄົນເຈັບຜູ້ທີ 2 ເພດຍິງ ແມ່ນມີບາດແຜຕາມແຂນຂາ



ຄົນເຈັບອີກ 3 ຄົນ ແມ່ນເປັນເພດຊາຍມີອາການ ຫົວແຕກ ແລະ ແຜຕາມແຂນຂາ ເຊິ່ງທາງໜ່ວຍກູ້ໄພ 1624 ໄດ້ຊ່ວຍສົ່ງໂຮງໝໍ.



ຄົນເຈັບທັງໝົດ ໜ່ວຍກູ້ໄພຈື່ງໄດ້ປະຖົມພະຍາບານຂັນຕົ້ນແລ້ວນຳສົ່ງຜູ້ບາດເຈັບທັງໝົດນຳສົ່ງໂຮງໝໍມິດຕະພາບ 150 ຕຽງ.


ລາຍງານໂດຍ: 1628

--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes