Home ຢາເສບຕິດ ປກສ ເຊກອງ ມ້າງຄະດີຢາເສບຕິດໄດ້ 19 ລາຍ ຕະຫຼອດ 4 ເດືອນຕົ້ນປີ 2019
ປກສ ເຊກອງ ມ້າງຄະດີຢາເສບຕິດໄດ້ 19 ລາຍ ຕະຫຼອດ 4 ເດືອນຕົ້ນປີ 2019
May 13, 2019 0
ບັນຫາຢາເສບຕິດເປັນປາກົດການຫຍໍ້ທໍ້ໜຶ່ງທີ່ແຂວງເຊກອງພວກເຮົາປະເຊີນຢູ່ໃນຂະນະນີ້ ແລະກໍ່ເປັນຕົ້ນເຫດເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ແຕ່ແນວໃດກໍດີ ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງເຊກອງແມ່ນໄດ້ເອົາໃຈໃສ່ປາບປາມດ້ວຍຫຼາຍຮູບການ ເພື່ອຕີຖອຍບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ ໂດຍໃນໄລຍະ 4 ເດືອນຕົ້ນປີ 2019 ສາມາດມ້າງໄດ້ 19 ລາຍ, ກັກຜູ້ຖືກຫາໄດ້ 19 ຄົນ.
ວັນທີ 9 ພຶດສະພາ 2019 ຜ່ານມາ ຄະນະກໍາມາການຍຸຕິທໍາ ແລະ ປກຊ-ປກສ, ສະພາປະຊາຊົນແຂວງເຊກອງໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານ 4 ເດືອນຕົ້ນປີ 2019 ແລະວາງທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງເຊກອງ, ມີທ່ານ ບຸນຕຸ້ມ ແກ້ວກິ່ງກົມ ປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງພະແນກ, ອົງການທຽບເທົ່າ ແລະວິຊາການເຂົ້າຮ່ວມ.
ໃນກອງປະຊຸມທ່ານ ພັນໂທ ແຄນທອງ ປຶ້ມມະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໃຫ້ຮູ້ວ່າ: ປະຈຸບັນ ບັນຫາຢາເສບຕິດຍັງເປັນຄຸກຄາມຕໍ່ການພັດທະນາປະເທດຊາດ ກໍຄືແຂວງເຊກອງ, ທັງນີ້ ກໍເນື່ອງຈາກວ່າບັນ ຫາດັ່ງກ່າວເປັນສາເຫດຂອງຫຼາຍບັນຫາທີ່ເກີດຂຶ້ນເປັນຕົ້ນແມ່ນບັນຫາການກໍ່ອາດຊະຍະກໍາ, ຂີ້ລັກງັດແງະ, ຊິງຊັບພົນ ລະເມືອງ ແລະບັນຫາອື່ນໆໃນສັງຄົມ.
ແນວໃດກໍດີ ເພື່ອຕີຖອຍບັນຫາດັ່ງກ່າວໃນໄລຍະຜ່ານມາ ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງໄດ້ເອົາໃຈໃສ່ປະສານສົມທົບກັບຂະແໜງການກ່ຽວຂ້ອງ ແລະອໍານາດການປົກຄອງທ້ອງຖິ່ນ ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆດ້ວຍຫຼາຍຮູບແບບ ໂດຍສະເພາະແມ່ນໄດ້ໂຄສະນາເຜີຍແຜ່ກົດໝາຍ ແລະຜົນຮ້າຍຂອງຢາເສບຕິດຢູ່ຕາມໂຮງຮຽນ ເພື່ອປູກຈິດສໍານຶກໃຫ້ໄວໝຸ່ມ-ຊາວໝຸ່ມ, ກໍາມະກອນ ແລະປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈມີສະຕິລະວັງຕົວຢູ່ໃນສັງຄົມບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ ແລະບໍ່ໃຫ້ພວກເຂົາເປັນຜູ້ກະທໍາຜິດໃນຄະດີຢາເສບຕິດ.
ນອກຈາກນັ້ນ ຍັງໄດ້ເກັບກໍາຂໍ້ມູນຂຶ້ນບັນຊີເປົ້າໝາຍທີ່ລະແວງສົງໃສຕ້ອງມີການກວດກາພິສູດຕາມຫຼັກການວິຊາສະເພາະ ເພື່ອສືບຫາກຸ່ມແກ້ງຄ້າ-ຂາຍຢາເສບຕິດທັງຫຼາຍ, ໃຊ້ມາດຕະການຕໍ່ຜູ້ທີ່ດື້ດ້ານລະເມີດກົດໝາຍ ຊຶ່ງໃນ 4 ເດືອນຜ່ານມາ ສາມາດມ້າງຄະດີຢາເສບຕິດໄດ້ 19 ລາຍ, ກັກຕົວຜູ້ຖືກຫາໄດ້ 19 ຄົນ, ຢຶດຂອງກາງປະເພດຢາບ້ານໄດ້ 7.280 ເມັດ, ລົດຈັກ 4 ຄັນ ແລະພາຫະນະວັດຖຸເງິນ-ຄໍາຈໍານວນໜຶ່ງ.
ຂະນະທີ່ທ່ານ ຄໍາຈັງ ແຈ້ງຈະເລີນ ຮອງປະທານຄະນະກໍາມາການຍຸຕິທໍາ ແລະ ປກຊ-ປກສ ໄດ້ລາຍງານວ່າ: ຜ່ານມາ ຄະນະກໍາມາການຍຸຕິທໍາ ແລະ ປກຊ-ປກສ ໄດ້ສຸມໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະໜ້າທີ່ຄວາມຮັບຜິດຊອບຂອງຕົນ ໂດຍຖືເອົາການສຶກສາອົບຮົມນໍາພາການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງມີຜົນສໍາເລັດ.
ຂ່າວ : ແວວຕາ
--------------------------------
Subscribe to:
Post Comments
(
Atom
)




Post a Comment