ໂຈນກໍ່ເຫດ ໃຊ້ລະບົບຕັດສັນຍານລັອກປະຕູລົດໃຫຍ່ ແລ້ວໄຂເອົາເງິນໄປ 26 ລ້ານກີບ ໜ້າ ວິວມໍ 13/5/2019 (ມີຄລິບຕອນລັກ)



ນະຄອນຫຼວງວຽງຈັນ: ຜູ່ໃຊ້ເຟສ ບຸກ Jai Dtl
ໄດ້ໂພດແຈ້ງເຕືອນ ແລະ ປະກາດຕາມຫາໂຈນ ສອງຄົນທີ່ກໍ່ເຫດ ໃຊ້ລະບົບລົບກວນການລັອກກະແຈລົດໃຫຍ່ ແລ້ວສາມາດໄຂລົດ ເຂົາໄປລັກເອົາຊັບສິນ ໄປທັງໝົດ 26 ລ້ານກີບ.

ເກີດເຫດ ເວລາປະມານ 10:45 ວັນທີ 13 ພຶດສະພາ 2019, ໜ້າຮ້ານອາຫານ HK ວິວມໍ, ນະຄອນຫຼວງວຽງຈັນ. ເຊິ່ງຄົນຮ້າຍ ຈາກຄລິບກ້ອງວົງຈອນປິດ ແມ່ນມີການວາງແຜນ ໃຊ້ລະບົບ ຕັດສັນຍານການລັອກປະຕູລົດ, ກ່ອນທີ່ຈະສາມາດ ໄຂເຂົ້າໄປເອົາຢ່າງງ່າຍດາຍ.




ທ່ານໃດຮູ້ເບາະແສ ກະລຸນາແຈ້ງຕໍ່ເຈົ້າໜ້າທີ່ ຫຼື ຜູ່ເສຍຫາຍ Jai Dtl


ໂສມໜ້າພວກກໍ່ເຫດ












--------------------------------





© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes