Home ອຸບັດຕິເຫດ ຂີ່ລົດຈັກລົງຮ່ອງຂ້າງທາງ ເຈັບສາຫັດ 1 ທີ່ ບ້ານພັນຫຼວງ, ນະຄອນຫຼວງພະບາງ
ຂີ່ລົດຈັກລົງຮ່ອງຂ້າງທາງ ເຈັບສາຫັດ 1 ທີ່ ບ້ານພັນຫຼວງ, ນະຄອນຫຼວງພະບາງ
May 18, 2019 0
ຫຼວງພະບາງ: ລາຍງານຈາກ ໜ່ວຍກູ້ຊີບອົງການການແດງ ຫຼວງພະບາງ ໃຫ້ຮູ້ວ່າ ໃນວັນທີ 18 ພຶດສະພາ 2019 ເວລາປະມານ 20:40 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບ, ຂີ່ລົດຈັກລົ້ມເອງ ຢູ່ແຖວທາງເຂົ້າເດີ່ນບານວອນທະບິງ ບ້ານພັນຫລວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ.
ເມື່ອທາງໜ່ວຍກູ້ຊີບອົງການກາແດງລາວ ແຂວງຫຼວງພະບາງ ໄປຮອດຈຸດເກີດເຫດພົບເຫັນຄົນເຈັບ 1 ຄົນ ເປັນເພດຊາຍ. ອາການບາດເຈັບເບື້ອງຕົ້ນ: ມີບາດແຜຢູ່ປາກ ແລະ ເລືອດອອກດັງ.
ດັ່ງນັ້ນ ທາງທີມງານຫນ່ວຍກູ້ຊີບ ອົງການກາແດງລາວຫລວງພະບາງ ຈຶ່ງໄດ້ໃຫ້ການປະຖົມພະຍາບານເບື້ອງຕົ້ນໃຫ້ແກ່ຄົນເຈັບ ແລ້ວນຳສົ່ງໂຮງໝໍ ບໍລິເວນ 107.
ພາບແລະຂ່າວ: ໜ່ວຍກູ້ຊີບອົງການກາແດງ ຫຼວງພະບາງ
Subscribe to:
Post Comments
(
Atom
)







Post a Comment