ເກີດເຫດໄຟໄໝ້ ເຮືອນປະຊາຊົນ ທີ່ບ້ານຫ້ວຍຍູຮາ ເມືອງແກ່ນທ້າວ ເວລາ 20:00 ວັນທີ 18/5/2019 (ມີຄລິບ)



ໄຊຍະບູລີ: ເກີດເຫດ ສະຫຼົດໃຈອີກ ໃນຄ່ຳຄືນຂອງ ວັນທີ່ 18 ພຶດສະພາ 2019 ເວລາ 20:00 ນາທີ ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນເຂດບ້ານຫ້ວຍບູຮາ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມີຜົນເສຍຫາຍຫມົດຫລັງ

ປະຊາຊົນໄດ້ຊ່ວຍກັນມອດໄຟ ເຊິ່ງໄດ້ໃຊ້ເວລາຫຼາຍຊົ່ວໂມງ ກ່ອນທີ່ຈະສາມາດມອດໄຟໄດ້, ເຊິ່ງອັກຄີໄພຄັ້ງນີ້ໄດ້ສ້າງຄວາມເສຍຫາຍໝົດຫຼັງ. ສາເຫດ ແລະ ມູນຄ່າການເສຍຫາຍ ແມ່ນຍັງຢູ່ໃນການສືບສວນ.

ເຫດການໄຟໄໝ້ ໃນລະດູຮ້ອນ ຖືເປັນສິ່ງທີ່ຕ້ອງລະວັງ, ໃນມື້ດຽວກັນນີ້ຕອນເຊົ້າ ກໍ່ເກີດເຫດໄຟໄໝ້ ເຮືອນປະຊາຊົນ ເສຍຫາຍ 1 ຫຼັງ ທີ່ບ້ານແກ້ວແສນຄໍາ ເມືອງຄໍາເກີດ, ແຂວງບໍລິຄໍາໄຊ

ລາຍງານໂດຍ: ນ້ອງເປຍ ໂຕເຕ້ຍໆ





ຄລິບຈາກທີ່ເກີດເຫດ






ສະພາບຫຼັງໄຟດັບ



--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes