ລົດຈັກປະທະລົດເກັງເກຍ ເຈັບ 2 ຄົນ ທີ່ທ່າແຂກ 1/5/2019



ຄໍາມ່ວນ: ລາຍງານຈາກກູ້ໄພແຂວງຄໍາມ່ວນໃຫ້ຮູ້ວ່າ ໃນວັນທີ 1 ພຶດສະພາ 2019 ເວລາ 13:40 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 55330065 ວ່າ ມີລົດຈັກຕຳລົດໃຫຍ່ ຢູ່ເສັ້ນທາງສີ່ແຍກ ກະສິກຳປ່າໄມ້ ເມືອງທ່າແຂກ ແຂວງຄຳມ່ວນ ເມື່ອໜ່ວຍງານກູ້ໄພພວກເຮົາ ໃດ້ໄປເຖິງຈຸດເກີດເຫດ ໃດ້ພົບເຫັນ ຜູ້ບາດເຈັບ 2 ຄົນ ເພດຊາຍ



ທີ່ເກີດເຫດພົບເຫັນ ລົດເກງເກຍ ໄດ້ຮັບຄວາມເສຍຫາຍໜັກ ແກ້ວດ້ານໜ້າແຕກ, ແລະ ຂ້າງຊ້າງຖືກກະທົບຈົນຍຸບເຂົ້າ. ມີລົດຈັກ 1 ຄັນ ໄດ້ຮັບຄວາມເສຍຫາຍສົມຄວນ.


ມີຜູ່ບາດເຈັບ 2​ ຄົນ ມີອາການດັ່ງນີ້:
ຄົນເຈັບ ຜູ້ທີ 1 ເພດຊາຍ ມີອາການກະທົບເອິກ
ຄົນເຈັບ ຜູ້ທີ 2 ເພດຊາຍ ມີບາດແຜຕາມມືຊ້າຍ-ຂວາ ແລະ ຫົວເຂົ່າ 2 ຂ້າງ



ພວກເຮົາຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງຫມໍແຂວງຄຳມ່ວນ ລົດສຸກເສີນ 003 ນຳສົ່ງ. ສ່ວນການກວດສອບສາເຫດ ແລະ ໃຜຜິດຖືກໃນອຸບັດຕິເຫດ ຄັ້ງນີ້ ເຈົ້າໜ້າທີ່ຈະກວດສອບຕໍ່ໄປ.

ລາຍງານໂດຍ: ກ້ໄພແຂວງຄໍາມ່ວນ
ອຸບັດຕິເຫດ ເຈັບປ່ວຍສຸກເສີນ ເຫດດ່ວນເຫດຮ້າຍ
ໂທສາຍຕົງ 020 55330065
020 23451624

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes