Home ເມືອງນອງ ເມືອງນອງ ທຳລາຍຊີ້ນໝູທີ່ນຳເຂົ້າຜິດກົດໝາຍ ຈາກຫວຽດນາມ
ເມືອງນອງ ທຳລາຍຊີ້ນໝູທີ່ນຳເຂົ້າຜິດກົດໝາຍ ຈາກຫວຽດນາມ
May 02, 2019 0
ສະຫວັນນະເຂດ: ໃນຕອນບ່າຍຂອງວັນທີ 30 ເມສາ 2019 ຢູ່ທີ່ ຫ້ອງການ ກະສິກຳ ແລະປ່າໄມ້ເມືອງນອງ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍຊີ້ນສັດປະເພດຊີ້ນໝູ ທີ່ນຳເຂົ້າຜິດກົດໝາຍ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ຄຳທະຫວິນ ແກ້ວວົງສາ ຫົວໜ້າຫ້ອງວ່າການປົກຄອງເມືອງນອງ, ທ່ານ ຖັນມາລາ ໄຊຍະວົງ ຮອງຫົວໜ້າຫ້ອງ ການ ກະສິກຳ ແລະປ່າໄມ້ເມືອງ, ມີບັນດາໜ່ວຍງານ ລ້ຽງສັດ ແລະການປະມົງທີ່ມາຈາກດ່ານສາກົນແດນສະຫວັນ - ລາວບາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ພູວຽງ ໄຊຍະວົງຊາດ ຫົວໜ້າໜ່ວຍງານ ລ້ຽງສັດ ແລະການປະມົງກໍ່ໄດ້ລາຍງານໃຫ້ຮູ້ວ່າ: ໃນຄັ້ງວັນທີ 14 ເມສາ 2019 ທາງພະນັກງານສັດຕະວະແພດໄດ້ອອກລາດຕະເວນ ຕາມສາຍທາງລະຫວ່າງບ້ານ ນາກອງ, ບ້ານ ຕຳລວງ ແລະໄດ້ພົບເຫັນແມ່ຄ້າຊາວຫວຽດນາມ ລາຍໜຶ່ງໄດ້ນຳເອົາປະເພດຊີ້ນໝູທີ່ນຳເຂົ້າມາຈາກ ຊາຍແດນ ລາວບາວ ສສ ຫວຽດນາມ ມາຂາຍໃຫ້ກັບປະຊາຊົນຊາວເມືອງນອງ ເຊິ່ງບັນຈຸໃສ່ລົດຈັກເຂົ້າມາ ຈຳນວນ 27 ໂລ ລວມມູນຄ່າ 945.000 ກີບ ແລະໄດ້ເຮັດບົດບັນທຶກກ່າວເຕືອນຕໍ່ບຸກຄົນດັ່ງກ່າວ ຖ້າຫາກ ຍັງພົບເຫັນນຳເຂົ້າມາຂາຍໃນຄັ້ງຕໍ່ໄປ ແມ່ນຈະໄດ້ປັບໄໝ ແລະດຳເນີນຕາມລະບຽບກົດໝາຍ.
ພາບ - ຂ່າວ: ຄຳນ້ອຍ
--------------------------------
Subscribe to:
Post Comments
(
Atom
)



Post a Comment