Home ອຸບັດຕິເຫດ ເມົາແລ້ວຂັບ! ລົດຈັກຕໍາກົ້ນລົດເກງ ເຈັບ 2 ຄົນທາງ ໜອງດ້ວງ ຕອນ 4ໂມງເຊົ້າ
ເມົາແລ້ວຂັບ! ລົດຈັກຕໍາກົ້ນລົດເກງ ເຈັບ 2 ຄົນທາງ ໜອງດ້ວງ ຕອນ 4ໂມງເຊົ້າ
May 20, 2019 0
ນະຄອນຫຼວງວຽງຈັນ: ບັນຫາເມົາແລ້ວຂັບ ຍັງເປັນສາເຫດຫຼັກ ຂອງອຸບັດຕິເຫດ ທາງທ້ອງຖະໜົນ, ດັ່ງເຫດທີ່ໄດ້ຮັບລາຍງານຈາກ ກູ້ໄພ ມູນນິທິຈີນ 1628 ໃຫ້ຮູ້ວ່າ ໃນວັນຈັນ ວັນທີ 20 ພຶດສະພາ 2019 ເວລາ 04:08 ນາທີ, ໄດ້ຮັບແຈ້ງເຂົ້າເບີສຸກເສີນ 1628 ວ່າມີລົດຈັກຕຳທ້າຍລົດໃຫຍ່ ເຂດບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດໃຫຍ່ຕໍາກັບລົດຈັກ, ເຊິ່ງລົດຈັກແມ່ນຕໍາເຊົ້າດ້ານຫຼັງ ເບື້ອງຂວາຂອງລົດເກງ, ແລະ ມີຜູ້ບາດເຈັບ 2 ຄົນເປັນເພດຊາຍທັງ 2 ໂດຍຄົນເຈັບມີອາການເບື້ອງຕົ້ນດັ່ງນີ້:
ຄົນເຈັບຜູ່ທີ 1 ແມ່ນມີບາດແຜ່ຕາມແຂນຂາ ແລະ ມືນເມົາ, ແລະ ຄົນເຈັບ ຜູ່ທີ 2 ແມ່ນຄິວຈີກ, ບາດແຜຕາມແຂນຂາ ແລະມືນເມົາ. ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນເເລ້ວນຳສົ່ງຜູ້ບາດໄປໂຮງໝໍມະໂຫສົດ.
ສ່ວນພາຫະນະທີ່ຮ່ວມໃນອຸບັດຕິເຫດ ຄັ້ງນີ້ ແມ່ນມີລົດຈັກທະບຽນ ກຳແພງນະຄອນ ດຂ 1823 ແລະ ລົດເກງ ທະບຽນ ກຳແພງນະຄອນ ກນ 5299, ແມ່ນໄດ້ຮັບຄວາມເສຍຫາຍສົມຄວນ ໂດຍສະເພາະລົດຈັກ. ສ່ວນການສໍາຫຼວດໃຜຜິດຖືກໃນອຸບັດຕິເຫດ ຄັ້ງນີ້ ເຈົ້າໜ້າທີ່ກ່ຽວຂ້ອງຈະດຳເນີນໄປຕາມກົດໝາຍຕໍ່ໄປ.
ເຕືອນໄພທຸກຄົນ ຕ້ອງລະມັດລະວັງ ໃນການຂັບຂີ່. ເມົາບໍ່ຂັບ?
ລາຍງານໂດຍ: ໜ່ວຍກູ້ໄພມູນນິທິຈີນ 1628
--------------------------------
Subscribe to:
Post Comments
(
Atom
)




Post a Comment