Home ອຸບັດຕິເຫດ ສະຫຼົດໃຈ ຊາຍອາຍຸ 60 ພົບເສຍຊີວິດ ຢູ່ກ້ອງຕົ້ນໄມ້ໃຫຍ່ ກາງປ່າ ທີ່ເຂດ ບ້ານລາດຄວາຍ
ສະຫຼົດໃຈ ຊາຍອາຍຸ 60 ພົບເສຍຊີວິດ ຢູ່ກ້ອງຕົ້ນໄມ້ໃຫຍ່ ກາງປ່າ ທີ່ເຂດ ບ້ານລາດຄວາຍ
May 20, 2019 0
ສະຫຼົດໃຈ ຊາຍອາຍຸ 60 ພົບເສຍຊີວິດ ຢູ່ກ້ອງຕົ້ນໄມ້ໃຫຍ່ ກາງປ່າ ທີ່ເຂດ ບ້ານລາດຄວາຍ
ນະຄອນຫຼວງວຽງຈັນ: ເກີດເຫດສະຫຼົດໃຈ ມີຄົນພົບຜູ່ຊາຍນອນເສຍຊີວິດຢູ່ກາງປ່າ, ອີງຕາມການລາຍງານຂອງ ມູນນິທິຮ່ວມໃຈ້ ໃຫ້ຮູ້ວ່າ ໃນເວລາ 08:34 ວັນທີ 19 ພຶດສະພາ 2019 ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີສຸກເສີນ 1630 ວ່າມີເຫດເຫັນຄົນນອນເສຍຊີວິດຢູ່ໃນປ່າເເຮງໜື່ງ ຢູ່ເຂດ ບ້ານ ລາດຄວາຍ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.
ດັງນັ້ນອາສາກູ້ໄພມູນນິທິຮວ່ມໃຈອອກກວດສອບເຫດເຫັນ ຄົນເສຍຊີວິດ ເປັນເພດ ຊາຍ ອາຍຸ 60 ປີ ບ້ານ ລາດຄວາຍ ເມືອງ ໄຊທານີ ເເຂວງນະຄອນຫລວງວຽງຈັນ. ຈຸດທີ່ພົບເຫັນ ຜູ່ເສຍຊີວິດ ແມ່ນກ້ອງຕົ້ນໄມ້ໃຫຍ່. ຈາກສະພາບສົບ ແມ່ນນອນເສຍຊີວິດເເລ້ວໄດ້ປະມານ 3-4 ມື້, ຈາກການກວດສອບຂອງເຈົ້າໜ້າທີ່ ສາເຫດທີ່ເສຍຊີວິດເເມ່ນເກີດຈາກການ ຕົກຕົ້ນໄມ້.
ດັ່ງນັ້ນອາສາກູ້ໄພມູນນິທິຮ່ວມໃຈໄດ້ຊ່ວຍປະຖົມພະຍາບານເບື້ອງຕົນແລ້ວນຳສົ່ງທີ່ວັດ ບ້ານລາຄາວຍ ເພື່ອທຳການຈັດພິທີຕາມສາດສະໜາ.
Subscribe to:
Post Comments
(
Atom
)






Post a Comment