Home ຈໍາປາສັກ ບ້ານມ່ວງສະຫມັນ, ເມືອງໂພນທອງ ໄດ້ຮັບໂທລະໂຄ່ງ ເພື່ອໃຊ້ໃນວຽກ ປະຊາສຳພັນ
ບ້ານມ່ວງສະຫມັນ, ເມືອງໂພນທອງ ໄດ້ຮັບໂທລະໂຄ່ງ ເພື່ອໃຊ້ໃນວຽກ ປະຊາສຳພັນ
May 20, 2019 0
ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ ມອບໂທລະໂຄ່ງໃຫ້ບ້ານມ່ວງສະຫມັນ, ເມືອງໂພນທອງ, ແຂວງຈຳປາສັກ
ໃນວັນທີ 17 ພຶສະພາ 2019 ນີ້ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລົງມອບໂທລະໂຄ່ງໃຫ້ບ້ານ ນະຄອນປາກເຊ ແຂວງຈຳປາສັກ. ເຊິງເປັນບ້ານທີ່ໝຶ່ງສຳລັບປີ 2019 ໂດຍການມອບຂອງທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ, ຮັບໂດຍ ທ່ານ ຊົມ ສີນວນນ້ອຍ ແນວໂຮມບ້ານໆມ່ວງສະຫມັນ ມີ ບັນດາທ່ານ, ຫົວໜ້າຫ້ອງການ ຖວທ ເມືອງໂພນທອງ ພ້ອມດ້ວຍອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ເຂົ້າຮ່ວມ
ສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະກອບມີ: ເຄື່ອງຂະຫຍາຍພາກສຽງ 1 ເຄຶ້ອງ , ເຄື່ອງຮັບວິທະຍຸ 1 ເຄື່ອງ, ປາກໂທລະໂຄ່ງ 3 ອັນ, ໄມໂຄໂຟນ 1 ອັນ, ສາຍໂທລະໂຄ່ງ 1 ກໍ້, ປັກສຽບ 1 ອັນ, USB 1 ອັນ, ສາຍດິນ 1 ກໍ້ ແລະ ເຫັກດີນໍ 1 ອັນ ລວມມູນຄ່າ 10 ລ້ານກວ່າກີບ.ເຊີ່ງພາຍໃນບ້ານມີຈຳນວນພົນທັງໜົດ 3305 ຄົນ,ຍິງ 1615 ຄົນ,ມີ 515 ຄອບຄົວ,487 ຫຼັງຄາເຮືອນ.
ທ່ານ ບົວທອງ ສຸວັນນະສານ ຫົວຫນ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກໄດ້ກ່າວວ່າ: ຈຸດປະສົງໃນການມອບໂທລະໂຄ່ງຄັ້ງນີ້ກໍເພື່ອເປັນຫົວໜ່ວຍສື່ມວນຊົນຂັ້ນພື້ນຖານ, ເຮັດໜ້າທີ່ໂຄສະນາ ກະຈາຍຂໍ້ມູນຂ່າວສານ,ແນວທາງຂອງພັກ, ກົດໝາຍຂອງລັດເພື່ອຮັບໃຊ້ພໍ່ແມ່ປະຊາຊົນພາຍໃນບ້ານມ່ວງສະຫມັນໃຫ້ທົ່ວເຖິງ.
ໃນຕອນທ້າຍທ່ານ ທ່ານ ຊົມ ສີນວນນ້ອຍ ແນວໂຮມບ້ານໆມ່ວງສະຫມັນ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈມາຍັງຄະນະພັກອຳນາດການປົກຄອງຂັ້ນກະຊວງ, ກໍຄືຂັ້ນແຂວງ, ນະຄອນທີ່ໃຫ້ຄວາມຊ່ວຍເຫຼືອເປັນຫ່ວງເປັນໃຍຕໍ່ພໍ່ມະປະຊາຊົນ ແລະ ຈະນຳໃຊ້ຢ່າງມີປະໂຫຍດອີກດ້ວຍ.
ພາບ-ຂ່າວ ໂດຍ: ດາວພະຈັນ ໄຊຍະວົງ
--------------------------------
Subscribe to:
Post Comments
(
Atom
)



Post a Comment