Home ອຸບັດຕິເຫດ ສະເທືອນໃຈ! ລົດຈັກສອງຜົວເມຍ ຈະພະຍາຍາມຂີ່ແຊງລົດໂມທາງ ເສຍຫຼັກລົ້ມ ຖືກຢຽບ ເສຍຊີວິດທັງ 2 ທີ່ ເມືອງກ້ວນ
ສະເທືອນໃຈ! ລົດຈັກສອງຜົວເມຍ ຈະພະຍາຍາມຂີ່ແຊງລົດໂມທາງ ເສຍຫຼັກລົ້ມ ຖືກຢຽບ ເສຍຊີວິດທັງ 2 ທີ່ ເມືອງກ້ວນ
May 20, 2019 0
ຫົວພັນ: ເປັນເຫດການສະເທືອນຂວັນ ກັບອຸບັດຕິເຫດ ລົດໂລ ຢຽບລົດຈັກ ເຮັດໃຫ້ຄົນເສຍຊີວິດ ຄາທີ່ 2 ຄົນ. ຈາກການລາຍງານຂອງປະຊາຊົນໃຫ້ຮູ້ວ່າ ເຫດການ ແມ່ນເກີດ ຂຶ້ນ ໃນວັນທີ 17 ພຶດສະພາ 2019 ເວລາປະມານ 18:00 ໂມງ ໄດ້ເກີດເຫດລົດຈັກພະຍາຍາມຈະຂີ່ແຊງລົດໂລ ແຕ່ເກີດໂຊກຮ້າຍລົດຈັກເສຍຫລັກລົ້ມລົງ ເຮັດໃຫ້ລົດໂລໄດ້ຢຽບທັບ ເສຍຊີວິດຄາທີ່ທັງຜົວ ແລະ ເມຍ (ເປັນຄົນເຜົ່າມົ້ງ)
ບ່ອນເກີດຢູ່ທີ່ບ້ານ ຫນອງແຫວນ ເມືອງກ້ວນ ແຂວງຫົວພັນ ເສຍໃຈນຳຄອບຄົວຜູ້ເຄາະຮ້າຍ.
ນີ້ເປັນອຸທາຫອນແກ່ທຸກຄົນເວລາ ຂີ່ລົດຜ່ານເຂດມີການກໍ່ສ້າງຕ້ອງໄດ້ລະມັດລະວັງທີ່ສຸດ
--------------------------------
Subscribe to:
Post Comments
(
Atom
)





Post a Comment