ເຫດສະຫຼົດໃຈ! ເດັກນ້ອຍ ຈົມນໍ້າ ເສຍຊີວິດ ທີ່ ບ້ານນາຄັນທຸງ ເມືອງໄຊທານີ 20/5/2019



ນະຄອນຫຼວງວຽງຈັນ: ເກີດເຫດ ສະຫຼົດໃຈ ອີກຄັ້ງ ກັບອຸບັດຕິເຫດ ເດັກນ້ອຍຈົມນໍ້າ ຈາກການລາຍງານ ຂອງຜູ່ໃຊ້ເຟສບຸກ Kee Kee ໃຫ້ຮູ້ວ່າ ໃນຕອນບ່າຍ ວັນທີ 20 ພຶດສະພາ 2019 ໄດ້ເກີດເຫດເສົ້າສະຫຼົດໃຈຂຶ້ນ ເມື່ອເດັກນ້ອຍ 2 ຄົນອາຍຸ ປະມານ 4 ປີ ໄດ້ລົງຫຼິ້ນນໍ້າຢູ່ຮ່ອງນໍ້າເຂດບ້ານນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລ້ວເກີດຈົມນໍ້າທັງສອງ.


ພາຍຫຼັງເກີດເຫດ, ໄດ້ມີພົນລະເມືອງດີມາພົບເຫັນຈຶ່ງໄດ້ຊ່ວຍ ເດັກນ້ອຍທັງສອງຂຶ້ນມາ, ຊາວບ້ານຊ່ວຍກັນ ຟື້ນຊີບເດັກນ້ອຍ, ສາມາດຊ່ວຍ ຊີວິດໄດ້ 1 ຄົນ, ສ່ວນອີກຄັນ ແມ່ນ ເສຍຊີວິດ.



ເປັນອຸທາຫອນ ແກ່ທຸກຄົນຢ່າ ປະປ່ອຍ ລູກຫຼານຂອງຕົນຕາມລໍາພັງ ໂດຍສະເພາະ ໃນເຂດ ທີ່ມີຫ້ວຍນໍ້າລໍາເຊ, ໜອງ ຫຼື ບໍ່ນໍ້າຕ່າງໆ ທີ່ອາດມີຄວາມສຽງໃຫ້ເກີດອຸບັດຕິເຫດ ຈົມນໍ້າໄດ້.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.




ທີ່ມາ



--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes