Home ຄໍາມ່ວນ ບໍລິສັດໄຟຟ້ານ້ຳເທີນ 2 ຮ່ວມກັບ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຄໍາມ່ວນ ຈັດກອງປະຊຸມສຳມະນາກ່ຽວກັບໄຟຟ້າພະລັງນໍ້າ
ບໍລິສັດໄຟຟ້ານ້ຳເທີນ 2 ຮ່ວມກັບ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຄໍາມ່ວນ ຈັດກອງປະຊຸມສຳມະນາກ່ຽວກັບໄຟຟ້າພະລັງນໍ້າ
May 04, 2019 0
ຄໍາມ່ວນ: ວັນທີ 3 ພຶດສະພາ 2019 ບໍລິສັດໄຟຟ້ານ້ຳເທີນ 2 ຮ່ວມກັບລັດວິສະຫະກິດ ໄຟຟ້າລາວ ແລະ ວິທະຍາໄລ ເຕັກນິກວິຊາຊີບ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມສຳມະນາ ເພື່ອນຳສະເໜີຄວາມຮູ້ພື້ນຖານກ່ຽວກັບໄຟຟ້າພະລັງນໍ້າ ໃຫ້ແກ່ນັກສຶກສາຂະແໜງໄຟຟ້າ ຂອງວິທະຍາໄລ ເຕັກນິກວິຊາຊີບ ຈຳນວນ 200 ຄົນ ເພື່ອເປັນການເພື່ມຄວາມຮູ້, ຄວາມເຂົ້າໃຈກ່ຽວກັບເງື່ອນໃຂຕ່າງໆ ແລະ ທ່າແຮງບົ່ມຊ້ອນທາງດ້ານໄຟຟ້າພະລັງນໍ້າ ຢູ່ໃນປະເທດເຮົາ.
ເປັນກຽດເຂົ້າຮ່ວມໃນພິທີເປີດກອງປະຊຸມສຳມະນາຄັ້ງນີ້ມີ ທ່ານ ວຽງສະຫວັນ ພັດທະວົງ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຄຳມ່ວນ, ທ່ານ ດຣ. ດຸສິດ ພົມມະຈັນ ຜູ້ອຳນວຍການຝ່າຍການຜະລິດ ແລະ ທັງເປັນຮອງຫົວໜ້າຝ່າຍຄວບຄຸມເຂື່ອນໄຟຟ້າ ບໍລິສັດໄຟຟ້ານ້ຳເທີນ 2, ມີຜູ້ຕາງໜ້າຈາກລັດວິສະຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ພ້ອມດ້ວຍພະນັກງານວິຊາການຄູ-ອາຈານ ແລະ ນັກສຶກສາພາກວິຊາໄຟຟ້າເຂົ້າຮ່ວມ.
ໃນກອງປະຊຸມສຳມະນາຄັ້ງນີ້ ນັກສຶກສາໄດ້ມີໂອກາດຮຽນຮູ້ກ່ຽວກັບເງື່ອນໃຂຕ່າງໆທີ່ເປັນທ່າແຮງທາງດ້ານໄຟຟ້າພະລັງນ້ຳ, ສ່ວນປະກອບສຳຄັນຂອງເຂື່ອນໄຟຟ້າພະລັງນ້ຳ ແລະ ການດຳເນີນການຜະລິດໄຟຟ້າ ພ້ອມທັງກໍລະນີສຶກສາຂອງໂຄງການນ້ຳເທີນ 2 ທີ່ໄດ້ນຳສະເໜີໂດຍພະນັກງານວິຊາການຂອງບໍລິສັດໄຟຟ້ານ້ຳເທີນ 2.
ອິງຕາມບົດບັນທຶກຄວາມເຂົ້າໃຈຂອງການພັດທະນາຊັບພະຍາກອນມະນຸດ ເພື່ອສະໜອງໃຫ້ແກ່ອຸດສາຫະກຳໄຟຟ້າພະລັງນ້ຳລະຫວ່າງ ບໍລິສັດໄຟຟ້ານ້ຳເທີນ 2 ແລະ ວິທະຍາໄລ ເຕັກນິກວິຊາຊີບ ແຂວງຄໍາມ່ວນ ແມ່ນແນໃສ່ເພື່ອດຶງດູດຄວາມສົນໃຈຂອງນັກສຶກສາໃນດ້ານໄຟຟ້າພະລັງນ້ຳ ແລະ ໂອກາດທີ່ຈະມີວຽກເຮັດງານທຳຫລັງຈາກທີ່ພວກເຂົາຮຽນຈົບ.
ບໍລິສັດໄຟຟ້ານ້ຳເທີນ 2 ແມ່ນມີຄວາມມຸ່ງໝັ້ນໃນການສ້າງ ແລະ ຂະຫຍາຍເຄືອຂ່າຍການຮ່ວມມືກັບໂຮງຮຽນວິຊາຊີບຕ່າງໆທັງໃນລະດັບວິທະຍາໄລ ແລະ ມະຫາວິທະຍາໄລ ເພື່ອຊ່ວຍໃນການປັບປຸງຫຼັກສູດການຮຽນ-ການສອນໃຫ້ແທດເໝາະກັບຄວາມຕ້ອງການຂອງພາກອຸດສາຫະກໍາດ້ານພະລັງງານ ແລະ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ສະໜັບສະໜູນການປັບປຸງຫລັກສູດສາຂາໄຟຟ້າ ແລະ ກົນຈັກ ລວມເຖິງການສ້າງຄູ່ມືການສອນ, ການຝຶກອົບຮົມຢູ່ກັບເຂື່ອນໄຟຟ້າໃຫ້ແກ່ຄູ-ອາຈານ ແລະ ສະໜອງອຸປະກອນ-ເຄື່ອງມື ເພື່ອປະກອບເຂົ້າໃນການຮຽນ-ການສອນ ໃຫ້ແກ່ວິທະຍາໄລເຕັກນິກວິຊາຊີບແຂວງຄຳມ່ວນ.
ປະຈຸບັນ ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ໃຫ້ທຶນການສຶກສາແກ່ນັກຮຽນແຂວງຄຳມ່ວນ ຈຳນວນທັງໝົດ 89 ທຶນ ເພື່ອເຂົ້າຮຽນຢູ່ໃນລະດັບວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆເຊັ່ນ: ວິທະຍາໄລເຕັກນິກວິຊາຊີບ ແຂວງຄໍຳມ່ວນ, ມະຫາວິທະຍາໄລ ສະຫວັນນະເຂດ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ວິທະຍາໄລເຕັກນິກປາກປ່າສັກ ແລະ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ.
--------------------------------
Subscribe to:
Post Comments
(
Atom
)




Post a Comment