ຫຼານນ້ອຍ ພະຈັນ ອາການດີຂຶ້ນ ຕອນນີ້ປິ່ນປົວທີ່ ໂຮງໝໍເດັກ 150 ຕຽງ



ລາຍງານຈາກ ຜູ່ປົກຄອງ ແລະ ຜູ່ປະສານງານ ການປິ່ນປົວ ທ້າວ ພະຈັນ ອາຍຸ 6 ເດືອນ ໃຫ້ຮູ້ ໃນເວລາ 20:00 ວັນທີ 4 ພຶດສະພາ 2019 ວ່າ: ທ້າວ ພະຈັນ ປະຈຸບັນ ໄດ້ພັກຢູ່ຫ້ອງມໍລະສຸມ ໂຮງຫມໍເດັກ. ແອນ້ອຍອາການຍັງຄົງທີ່ ແຕ່ກໍ່ໄຄກ່ອນຫນ້ານີ້. ຕາບໍ່ຂຸ້ນຫລາຍ ຫາຍໃຈສະດວກຂຶ້ນ ຕາມຕົນໂຕບໍ່ມີຮອຍເສັ້ນເລືອດຟອຍແຕກ. ເຖິງຢ່າງໃດກໍ່ດີທາງແພດກໍ່ຍັງບໍ່ສາມາດຢືນຢັນໃຫ້ໄດ້ ວ່າຈະໄດ້ອອກໂຮງຫມໍມື້ໃດ ຕ້ອງໄດ້ຢູ່ຕິດຕາມໄປອີກໄລຍະຫນຶ່ງກ່ອນ.





ເຊິ່ງໃນມື້ນີ້ ກໍ່ມີຜູ່ໃຈດີ ໄດ້ນໍາເອົາເງິນ ມາບໍລິຈາກ ອີກ 3 ລ້ານກີບ ຈາກ ຮ້ານດາວວຽງ. ທາງຄອບຄົວ ຂໍກາບ ຂອບໃຈ ຕໍ່ນໍ້າໃຈ ທຸກທ່ານທີ່ໃຫ້ການຊ່ວຍເຫຼືອ ທ້າວພະຈັນ ແລະ ຄອບຄົວ. ອວຍພອນໃຫ້ທຸກທ່ານຈົ່ງ ສຸຂະພາບແຂງແຮງ ແລະ ສົມປາຖະໜາ ທຸກປະການ. ຂໍໃຫ້ ການຊ່ວຍເຫຼືອຂອງທຸກທ່ານ ບໍ່ວ່າຈະເປັນປັດໃຈ ຫຼື ການຊ່ວຍປະຊາສຳພັນ ຈົ່ງເປັນຜົນບຸນກຸສົນ ແກ່ທ່ານຕະຫຼອດໄປດ້ວຍເຖິ້ນ.



ການຮັບບໍລິຈາກ ຍັງຈະເປີດຢູ່ ເພາະບໍ່ທັນຮູ້ແນ່ນອນ ວ່າຕ້ອງປົວໄປດົນປານໃດ. ທ່ານສາມາດບໍລິຈາກ ຕາມຂໍ້ມູນບັນຊີດ້ານລຸ່ມ.



ຄລິບສະພາບ ທ້າວພະຈັນ




----------------------------------------
ຂ່າວກ່ອນໜ້ານີ້: 



ລາຍງານຄວາມຄືບໜ້າ ການລະດົມທຶນຊ່ວຍ ຫຼານນ້ອຍ ທ້າວ ພະຈັນ ອາຍຸ 6 ເດືອນ. ເວລາ 13:15 ວັນທີ 1 ພຶດສະພາ 2019, ທາງຄອບຄົວແຈ້ງມາໃຫ້ຮູ້ວ່າ ປະຈຸບັນ ໄດ້ຮັບນໍ້າໃຈ ບໍລິຈາກ ທັງໝົດ  5,570,000 ກີບ. ເຊິ່ງທາງຄອບຄົວ ຈິ່ງໄດ້ ປຶກສາ ແພດ ແລະ ໄດ້ນໍາເອົາ ເດັກນ້ອຍ ຂຶ້ນມາ ນະຄອນຫຼວງວຽງຈັນແລ້ວ. ຄາດວ່າ ປະມານ 16:30 ກໍ່ຈະຮອດ ນະຄອນຫຼວງວຽງຈັນ.



ຄົນເຈັບ ຈະຖືກຕົວສົ່ງໄປປິ່ນປົວ ທີ່ໂຮງໝໍເດັກ 150 ຕຽງ. 
ກໍ່ເປັນກໍາລັງໃຈໃຫ້ກັບຄອບຄົວ ແລະ ຂອບໃຈທຸກທ່ານທີ່ຊ່ວຍເຫຼືອ. ສ່ວນການລະດົມທຶນ ແມ່ນຍັງເປີດຮັບ ເພາະຍັງບໍ່ທັນຮູ້ວ່າ ຄ່າໃຊ້ຈ່າຍໃນການປິ່ນປົວ ທີ່ນະຄອນຫຼວງວຽງຈັນ ຈະໃຊ້ງົບເທົ່າໃດ. ທ່ານສາມາດບໍລິຈາກ ຕາມບັນຊີ ຂ້າງລຸ່ມ.
ຄວາມຄືບໜ້າຈະແຈ້ງໃຫ້ຊາບອີກຕື່ມ.




ຄ່າລົດນໍາສົ່ງເດັກນ້ອຍ






ຂ່າວກ່ອນໜ້ານີ້



ຂໍວອນຜູ່ໃຈບຸນຊ່ວຍຄ່າປິ່ນປົວ ຫຼານນ້ອຍ ທ້າວພະຈັນ ຫາກໍ່ເກີດ ເປັນ ລູກຂອງປະຊາຊົນ ບ້ານາຄໍາບອນ ເມືອງປາກຊັນ ແຂວງບໍລິຄໍາໄຊ. ເດັກນ້ອຍເຈັບຫນັກ ປອດອັກເສບ. ພໍ່ແມ່ບໍ່ມີເງິນປິ່ນປົວ ດຽວນີ້ຢູ່ໂຮງໝໍເມືອງປາກຊັນ. ຢາກນໍາເອົາລູກຂຶ້ນມາປົວທີ່ ນະຄອນຫຼວງວຽງຈັນ.

ເບີໂທຜູ່ປົກຄອງ ຊື່ພໍ່ ທ້າວແຫຼ້ ຊື່ແມ່ ນາງນີ: 02059034923
ນາສາວ ນາງ ນີ້ມ ຊື່ແທ້ ນາງ ສຸດາລັກ 02059044409

ເລກບັນຊີ 152120001379382001 
ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL
ອອກຊື່ ນາງ ສຸດາລັກ
















--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes