ພາຍຸລະດູຮ້ອນຖະຫຼົ່ມໂຮງຮຽນ ມສ ມິດປະຊາ ເມືອງພຽງ ເສຍຫາຍໜັກ 3/5/19


ໄຊຍະບູລີ: ໃນຄືນວັນທີ 3 ພຶດສະພາ 2019 ໄດ້​ເກີດມີລົມພະຍຸ,ໝາກເຫັບຕົກ ແລະ ຝົນຕົກ​ແຮງ ໄດ້ພັດເຂົ້າມາທຳລາຍບ້ານເຮືອນ​ປະຊາຊົນ ແລະ ໂຮງຮຽນ ມັດທະຍົມສຶກສາ​ສົມບູນ ມິດ​ປະຊາ ເມືອງ​ພຽງ ແຂວງ​ໄຊຍະບູລີ  ເຊີ່ງໄດ້ຮັບຜົນກະທົບຈາກໄພທຳມະຊາດດັ່ງກ່າວ ໄດ້ເກີດຄວາມເປເພ່ເສຍຫາຍຫຼາຍ ບໍ່ວ່າຈະເປັນ​ອາຄານ​ຮຽນ,ຫ້ອງຄອມພີວເຕີ້, ເດີ່ນ​ກິລາ ແລະ ບ່ອນອື່ນໆ(ຕາມສະພາບໃນຮູບ) ທີ່ຈະໄດ້ໃຊ້ທືນຮອນໃນການບູລະນະຊ້ອມແຊມເປັນ​ຈຳນວນຫຼາຍ.




  ດັ່ງນັ້ນ, ທາງໂຮງຮຽນຈິ່ງຮຽກຮ້ອງມາຍັງຜູ່ໃຈບຸນ ຈິດໃຈ​ດີ ຢາກຊ່ວຍເຫຼືອເພື່ອນມະນຸດຮ່ວມກັນ ເພື່ອນຳເອົາເງີນດັ່ງກ່າວມາຊ້ອມແປງ ແລະ ບູລະນະສະຖານທີ່ສຶກສາຂອງພວກເຮົາໃຫ້ໄດ້ສຶກສາແບບສະດວກສະບາຍຂື້ນກວ່າເກົ່າ.


ຜູ້ທີ່ຢາກຈະຊ່ວຍເປັນອຸປະກອນ ຫຼື ນຳເງີນສົດມາບໍລິຈາກກໍໄດ້ ຕິດຕໍ່ທີ່​ເບີ: 02022369173 ອ​ຈ ບົວ​ວິນ ບົວຜາແກ້ວ.

ພາບຄວາມເສຍຫາຍ










--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes