ປີ 2019 ນີ້ ໄຊຍະບູລີ ຂຶ້ນແຜນປູກຕົ້ນໄມ້ໃຫ້ໄດ້ 500 ເຮັກຕາ


ໄຊຍະບູລີ: ຕາມການໃຫ້ຂໍ້ມູນຂອງພະເເນກກະສິກຳ ແລະ ປ່າໄມ້ແຂວງ ໄຊຍະບູລີ. ໃຫ້ຮູ້ວ່າ ໃນປີນີ້ແຂວງ ໄຊຍະບູລີຈະປູກຕົ້ນໄມ້ໃຫ້ໄດ້ 500 ເຮັກຕາ. ແຕ່ປະຈຸບັນແມ່ນໄດ້ດຳເນີນປູກມາແລ້ວທົ່ວແຂວງໃນຈຳນວນ 11 ເມືອງ. ມີເນື້ອທີ່ 43,68 ເຮັກຕາເບັ້ຍໄມ້ທີ່ປູກ 34.000 ກວ່າເບັ້ຍເປັນຕົ້ນ ແມ່ນເບັ້ຍໄມ້ດູ່, ໄມ້ຂ່າ, ໄມ້ຂົມຝາດ, ສັກ, ໄມ້ເເຄນ,ຢາງບົງ ແລະ ໄມ້ປະດັບ.

ສ່ວນວັນທີ 1 ມິຖຸນາ ວັນປູກຕົ້ນໄມ້ເເຫ່ງຊາດທົ່ວແຂວງຈະປູກມີ 16 ຈຸດມີເນື້ອທີ່ 32,93 ເຮັກຕາມີເບັ້ຍໄມ້ 35.262 ເບັ້ຍເຊັ່ນ: ໄມ້ດູ່,ໄມ້ຂ່າ,ໄມ້ສັກ,ຢາງປົງ ແລະ ໄມ້ປະດັບ.



ໃນນີ້ ເມືອງໄຊຍະບູລີ ກຳນົດເອົາ 2 ຈຸດຢູ່ເດີ່ນສະໜາມຫຼວງມີເນື້ອທີ່ 0,50 ເຮັກຕາ ແລະ ຈຸດສະໜາມບິນເນື້ອທີ່ 1,12 ເຮັກຕາມີເບັ້ຍໄມ້ທັງໝົດ 200 ເບັ້ຍຈະເປັນໄມ້ເເຄນ; ເມືອງ ຄອບຈະປູກ 3 ຈຸດເຂດບ້ານ ມ່ວງດອນມູນເນື້ອທີ່ 0,89 ເຮັກຕາມີເບັ້ຍໄມ້ 400 ເບັ້ຍໄມ້ດູ່, ຈຸດເຂດບ້ານ ກິ່ວກອກມີເນື້ອທີ່ 2,26 ເຮັກຕາມີເບັ້ຍໄມ້ຈຳນວນ 2.511 ເບັ້ຍມີໄມ້ຂົມຝາດ. ຈຸດເຂດບ້ານຜ່າບ່ອງມີເນື້ອທີ່ 1,22 ເຮັກຕາມີເບັ້ຍໄມ້ 1.355 ເບັ້ຍມີໄມ້ປະດັບ;

ເມືອງຊຽງຮ່ອນ ມີໜຶ່ງຈຸດເຂດບ້ານ ຫ້ວຍຮາກມີເນື້ອທີ່ 11,37 ເຮັກຕາມີ 11.450 ເບັ້ຍມີໄມ້ຂ່າ,ໄມ້ຂົມຝາດ,ໄມ້ສັກ,ຢາງປົງ ແລະ ໄມ້ປະດັບ; ເມືອງ ເງີນມີ 1 ຈຸດມີເນື້ອທີ່ 3,50 ເຮັກຕາມີເບັ້ຍໄມ້ 2.525 ເບັ້ຍມີໄມ້ປະດັບ,

ເມືອງຫົງສາ ມີ 1 ຈຸດມີເນື້ອທີ່ 2,14 ເຮັກຕາມີ 3.377 ເບັ້ຍ ເຂດບ້ານ ສີບຸນເຮືອງມີໄມ້ຄຳ,ໄມ້ສັກ,ໄມ້ຂົມຟາດ, ເມືອງ ໄຊຊະຖານມີ 2 ຈຸດມີເນື້ອທີ່ 2,15 ເຮັກຕາມີເບັ້ຍໄມ້ 2.155 ເບັ້ຍ.



ເມືອງ ພຽງ ມີ 1 ຈຸດມີເນື້ອທີ່ 2,49 ເຮັກຕາມີ 427 ເບັ້ຍ, ປູກຢູ່ເຂດຂອງລັດພູດູ່ເມືອງ ປາກລາຍມີ 2 ຈຸດມີເນື້ອທີ່ 0,60 ເຮັກຕາມີເບັ້ຍໄມ້ 550 ເບັ້ຍປູກເຂດບ້ານບຸງມ່າ ແລະ ພູດູ່.

ເມືອງທົ່ງມີໄຊ ມີ 1 ຈຸດເນື້ອທີ່ 1,20 ເຮັກຕາມີ 2.179 ເບັ້ຍເຂດບ້ານທາດເມືອງ ເເກ່ນທ້າວມີ 2 ຈຸດເນື້ອທີ່ 0,94 ເຮັກຕາມີ 94 ເບັ້ຍ, ຈຸດເຂດບ້ານເມືອງໝໍເໜືອເນື້ອທີ່ 0,05 ເຮັກຕາມີ 50 ເບັ້ຍໄມ້ປະດັບ. ເຂດບ້ານເມືອງ ໝໍໃຕ້ເນື້ອທີ່ 0,44 ເຮັກຕາມີ 44 ເບັ້ຍ.

ເມືອງບໍ່ເເຕນ ມີ 1 ຈຸດເນື້ອທີ່ 1,76 ເຮັກຕາມີ 176 ເບັ້ຍປູກຈຸດບ້ານເມືອງ ຮຳໄມ້ຂົມຝາດ.

ຈາກນັ້ນກໍ່ຈະປູກໄປຈົນເຖິງທ້າຍເດືອນສິງຫາໃຫ້ສຳເລັດໃນເນື້ອທີ່ 432,39 ເຮັກຕາ.

ນອກຈາກນີ້ແຂວງ ໄຊຍະບູລີ ຍັງໄດ້ເອົາໃຈໃສ່ຟື່ນຟູປ່າໄມ້ໃຫ້ໄດ້ 9,800 ເຮັກຕາມາຮອດປະຈຸບັນປະຕິບັດໄດ້ແລ້ວ 1,829 ເຮັກຕາ, ຖ້າທຽບໃສ່ແແຜນການປະຕິບັດໄດ້ 21,1% ຂອງແຜນການ. ໃນນີ້ໄດ້ຟື້ນຟູປ່າສະຫງວນປະຕິບັດໄດ້ 500 ເຮັກຕາ. ປ່າປ້ອງກັນປະຕິບັດໄດ້ 280 ເຮັກຕາ. ປ່າຜະລິດໄດ້ 600 ເຮັກຕາ, ຟື້ນຟູປ່ານອກ 3 ປະເພດໄດ້ 512 ເຮັກຕາ.ປະຈຸບັນມີສວນກ້າເບັ້ຍໄມ້ທົ່ວແຂວງມີທັງໝົດ 54 ເເຫ່ງເນື້ອທີ່ 15 ເຮັກຕາ, ໃນນີ້ຂອງລັດ 13 ແຫ່ງເນື້ອທີ 4 ເຮັກຕາຂອງລວມໝູ່ 3 ເເຫ່ງເນື້ອທີ່ 0,08 ເຮັກຕາຂອງບໍລິສັດ 4 ແຫ່ງເນື້ອທີ່ 4,80 ເຮັກຕາ ແລະ ສ່ວນຂອງຄອບຄົວບຸກຄົນ 36 ເເຫ່ງເນື້ອທີ່ 6,23 ເຮັກຕາ

ຂ່າວ : ບຸນທີ


--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes