ສາລະຄະດີ ປະກົດການຂອງ ແຮງສັດທາ ວັດສິນໄຊຍາຣາມ ເມືອງເຟືອງ ຈະອອກໃຫ້ທ່ານໄດ້ຊົມໄວໆນີ້!


ສາລະຄະດີ ປະກົດການຂອງ ແຮງສັດທາ ວັດສິນໄຊຍາຣາມ ເມືອງເຟືອງ ຈະອອກໃຫ້ທ່ານໄດ້ຊົມໄວໆນີ້!




ວັດສິນໄຊຍາຣາມ (ວັດໂນນຫີນແຮ່) ເມືອງເຟືອງ ແຂວງວຽງຈັນ ເປັນວັດທີ່ຢູ່ຫ່າງໄກຈາກຕົວເມືອງ ແຕ່ໄດ້ຮັບການພັດທະນາ ພາຍໃນເວລາບໍ່ເທົ່າໃດປີດ້ວຍແຮງສັດທາຈາກລູກສິດທັງພາຍໃນ ແລະ ຕ່າງປະເທດ ຈົນເກີດເປັນປະກົດການໃຫ້ວັດດັ່ງກ່າວໄດ້ມີການພັດທະນາຈົນມີຊື່ສຽງໂດ່ງດັງໄປທົ່ວໂລກ.






 ວັດທີ່ມີເລື່ອງເລົ່ານິທານເລົ່າຕຳນານຂອງພະຍານາກຢູ່ໃນບໍລິເວນສະຖານທີ່ວັດ ທີ່ຍັງມີຮ່ອງຮອຍຄວາມເປັນມາຍັງມີໃຫ້ເຫັນທີ່ເປັນທີ່ເວົ້າເຖິງມາແຕ່ດົນນານຈົນຮອດປະຈຸບັນ ແລະ ເປັນສະຖານທີ່ສັກສິດເພື່ອໄປປະຕິບັດທັມປິ່ນປົວທາງກາຍ ແລະ ຈິດໃຈອີກ.



ເລື່ອງທີ່ພົ້ນເດັ່ນຄືການທີ່ຜູ້ຄົນໄດ້ໄປຂໍພອນ ແລະໄດ້ຮັບຜົນສຳເລັດຈິ່ງເກີດແຮງສັດທາຈາກລູກສິດທີ່ໄປພັດທະນາຈົນວັດດັ່ງກ່າວເປັນສະຖານທີ່ສູນລວມຈິດໃຈຂອງປະຊາຊົນລາວບັນດາເຜົ່າໃນເຂດທ້ອງຖິ່ນນັ້ນ ແລະຈ  າກທົ່ວປະເທດຕະຫຼອດຈົນເຖິງມາຈາກຕ່າງປະເທດທີ່ມີສ່ວນຮ່ວມໃນການມາສັດທາຮ່ວມສ້າງພັດທະນາວັດດັ່ງກ່າວຈົນເປັນວັດທີ່ສວຍງາມໂດ່ງດັງໄປທົ່ວໂລກ.



ນຳສະເໜີປະກົດການຂອງແຮງສັດທາໂດຍ ນ້ອງມີ່ມີ່ ນາງສຸດທິດາ ອານຸສິນ ນາງສາວລາວ ປີ 2018 ແລະ ທ່ານ ທະນູສອນ ແກ້ວວຽງຄຳ ອ້າຍກູ່ ສາລະຄະດີຈະເຜີຍແຜ່ໃນສື່ອອນລາຍໃນມື້ອື່ນ ວັນທີ 29 ພຶດສະພາ 2019 ເວລາ 17.00 ໂມງ ທາງເພດຈ໌ MISS LAOS ນາງສາວລາວ ແລະ ບັນດາເພດຈ໌ສື່ອອນລາຍຕ່າງໆໃນລາວ ເພື່ອເຜີຍແຜ່ໃຫ້ບັນດາລູກສິດລູກຫາທັງພາຍໃນແລະຕ່າງປະເທດໄດ້ຮັບຊົມຝາກຊ່ວຍແຊຣ໌ ບອກຕໍ່ກັນດ້ວຍ.

















ຂໍຂອບໃຈ

ອຳນວຍການຜະລິດໂດຍ: TNK investment consultant co.,ltd.  & Paladisal Media
ຮ່ວມຜະລິດໂດຍ: CRI-FM93
ພາບຖ່າຍ: Phouxay Thongkhammeung



--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes