ໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວພະແນກການຕ່າງປະເທດ ແຂວງໄຊຍະບູລີ ໄດ້ກອງປະຊຸມຮ່ວມຊີວິດ ປະຈຳເດືອນພຶດສະພາ 2019.




ໄຊຍະບູລີ: ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2019 ຢູ່ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ໜ່ວຍຮາກຖານຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກການຕ່າງປະເທດ ແຂວງໄຊຍະບູລີ ໄດ້ຮ່ວມຊີວິດສະຫຼຸບຕີລາຄາຖອດຖອນບົດຮຽນປະຈຳເດືອນພຶດສະພາ 2019 ແລະ ທິດທາງແຜນການເດືອນມິຖຸນາ ພາຍໃຕ້ເປັນປະທານ ຂອງ ສະຫາຍ ປີລົດ ໄຊຍະລາດ ເລຂາໜ່ວຍຮາກຖານຊາວໜຸ່ມ ພະແນກການຕ່າງປະເທດ ແຂວງໄຊຍະບູລີ ມີສະມາຊິກໜ່ວຍຊາວໜຸ່ມພະແນກການຕ່າງປະເທດ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນການເຕົ້າໂຮມຄັ້ງນີ້ ສະຫາຍ ດຣີມ ສີມີ ສະມາຊິກຊາວໜຸ່ມໄດ້ຂຶ້ນຜ່ານ ບົດສະຫຼຸບຜົນງານທີ່ພົ້ນເດັ່ນໃນໄລຍະ 1 ເດືອນທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເຊີ່ງຈະໄດ້ສືບຕໍ່ຜັນຂະຫຍາຍພ້ອມກັນແກ້ໄຂໃຫ້ດີຂື້ນ,  ຈາກນັ້ນ; ບັນດາຄະນະໜ່ວຍ, ສະມາຊິກຊາວໜຸ່ມໄດ້ປະກອບຄຳຄິດຄຳເຫັນ. ໃນກອງປະຊຸມ ສະຫາຍ  ນາງ ອິນປອນ ຂັນແກ້ວ ຮອງເລຂາໜ່ວຍຮາກຖານຊາວໜຸ່ມ ພະແນກການຕ່າງປະເທດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມເປີດກອງປະຊຸມປະເມີນຜົນຂໍ້ແຂ່ງຂັ້ນ 4 ບຸກ ປະຈຳປີ 2019 ສະບັບເລກທີ 157/ໜຊໜ.ຊຍ ລົງວັນທີ 14 ພຶດສະພາ 2019 ຂອງໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກການຕ່າງປະເທດ ແຂວງໄຊຍະບູລີ.




--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes