Home ອຸບັດຕິເຫດ ລົດໃຫຍ່ຕໍາກັນກາງເດິກ ມຸ່ນອຸ້ຍປຸ້ຍ ທີ່ທາງບ້ານວຽງຈະເລີນ ນະຄອນຫຼວງວຽງຈັນ 25/5/19
ລົດໃຫຍ່ຕໍາກັນກາງເດິກ ມຸ່ນອຸ້ຍປຸ້ຍ ທີ່ທາງບ້ານວຽງຈະເລີນ ນະຄອນຫຼວງວຽງຈັນ 25/5/19
May 25, 2019 0
ນະຄອນຫຼວງວຽງຈັນ: ອຸບັດຕິເຫດ ໃນຍາມວິການ ໂດຍສະເພາະຕອນເດິກໆ ນັ້ນ ຖືເປັນສິ່ງທີ່ຮ້າຍແຮງ ເພາະຄົນຂັບແມ່ນມັກໃຊ້ຄວາມໄວ ແລະ ເມົາແລ້ວຂັບ. ດັ່ງເຫດ ທີ່ທາງ ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ 1624 ໄດ້ລາຍງານໃຫ້ຊາບ ວ່າ ໃນວັນທີ 25 ພຶດສະພາ 2019 ເວລາ 1:55 ນາທີ ໄດ້ພົບເຫດລົດໃຫຍ່ຕໍາກັນກັບລົດໃຫຍ່ ມີຄົນເຈັບ 1 ຄົນ ເພດຊາຍ.
ຈຸດເກີດເຫດ ແມ່ນທີ່ເຂດບ້ານວຽງຈະເລີນ, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ດັ່ງນັ້ນທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນຄົນເຈັບຫົວແຕກເລັກໜ້ອຍ ແຕ່ຄົນເຈັບບໍ່ປະສົງໃປໂຮງໝໍ.
ສ່ວນສະພາບລົດໃຫຍ່ທັງສອງຄັນ ທີ່ຮ່ວມເຫດ ແມ່ນມຸ່ນເສຍຫາຍໜັກ. ໂຊກດີທີ່ຄົນບໍ່ເປັນຫຍັງຫຼາຍ.
ເຕືອນໄພທຸກຄົນ ຈົ່ງລະມັດລະວັງ, ຢ່າໃຫ້ຕີນຢຽບຄັນເລັ່ງໂດຍບໍ່ຄິດຮັກຊີວິດຕົນເອງ. ເມົາບໍ່ຂັບ, ບໍ່ຂີ່ລົດລະເມີດກົດຈາລະຈອນ ແລະ ນັບຖື ໃຫ້ກຽດ ຄົນໃຊ້ທາງຮ່ວມກັນ. ຖ້າທຸກຄົນມີສະຕິ ຊ່ວຍກັນ ອຸບັດຕິເຫດ ກໍ່ຈະບໍ່ເກີດຂຶ້ນ.
ພົບເຫັນເຫດສຸກເສີນສາມາດ ແຈ້ງເຫດສຸກເສີນໂທ 1624
ໃຫ້ການຊ່ວຍເຫລືອວຽກງານກູ້ໄພຂອງ 1624
ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ BCEL
ບັນຊີ: THE ASSOCIATION OF VOLUNTARY RESCUE VIENTIANE
ເລກບັນຊີ: LAK 010120000993902001
ເບີໂທຕິດຕໍ່ 020 22441624
Subscribe to:
Post Comments
(
Atom
)










Post a Comment