ເສດວັດຖຸອາວະກາດຂອງຈີນ ຕົກລົງ ກາງສວນກາເຟ ທີ່ບ້ານບັງລຽງ ເມືອງປາກຊ່ອງ 23/5/2019



ຈໍາປາສັກ: ລາຍງານຈາກປະຊາຊົນ ທີ່ເມືອງປາກຊ່ອງ ເຂົ້າມາອີກ ໃນການພົບ ເສດຊີ້ນສ່ວນຍານອາວະກາດຈີນ ຕົກຢູ່ສວນກາເຟ ບໍລິສັດ ປາກຊ່ອງໄຮແລນ, ທີ່ບ້ານບັງລຽງ, ເມືອງປາກຊ່ອງ, ແຂວງຈໍາປາສັກ.

ປະຊາຊົນບອກວ່າ, ໃນຕອນເຊົ້າ ວັນທີ 23 ພຶດສະພາ 2019 ໄດ້ຍິນສຽງແຕກຢູ່ເທິງທ້ອງຟ້າ ດັງຮຸນແຮງ, ແລະ ໄດ້ມີເສດວັດຖຸຕົກລົງມາ ພາຍໃນບໍລິເວນສວນກາເຟ ຂອງບໍລິສັດ ປາກຊ່ອງໄຮແລນ ຈໍານວນໜື່ງ. ໂຊກດີ ທີ່ຈຸດທີ່ຕົກ ບໍ່ມີຄົນ. ຈິ່ງບໍ່ມີໃຜໄດ້ຮັບບາດເຈັບ.

ນີ້ຖືເປັນຈຸດ ທີ 5 ທີ່ໄດ້ຮັບລາຍງານ, ເຊິ່ງເປັນຈຸດ ທີ່ 3 ທີ່ຕົກຢູ່ເມືອງ ປາກຊ່ອງ.








ຈຸດທີ 4: ວັດບ້ານເສັດ ເມືອງປາກຊ່ອງ ແຂວງຈຳປາສັກ

ຈໍາປາສັກ: ລາຍງານເຂົ້າມາເພີ່ມ ເປັນຈຸດ ທີ 4 ທີ່ ເສດວັດຖຸຈາກຍານອາວະກາດ ຂອງຈີນ ຕົກລົງມາ ທີ່ດິນລາວ. ພຣະສົງ ວັດບ້ານເສັດ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ແຈ້ງໃຫ້ຮູ້ວ່າ. ຂະນະ ທີ່ກໍາລັງເຮັດ ວຽກຕອນເຊົ້າ ວັນທີ 23 ພຶດສະພາ 2019 ຢູ່ເດີ່ນວັດ ໄດ້ມີ ວັດຖຸຕົກມາແຕ່ທ້ອງຟ້າ, ໂຊກດີ ທີ່ບໍ່ຖືກຄົນ. ແຕ່ກໍ່ວຸດຫວິດ.

ວັດຖຸທີ່ຕົກລົງມາ ທີ່ເດີນວັດ ແມ່ນເປັນໂລຫະແຜ່ນ. ທາງວັດຈິ່ງແຈ້ງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງໄດ້ຮັບຊາບ.







ຈຸດທີ່ 3 : ບ້ານບຶງງາມ, ເມືອງໂຂງ, ແຂວງຈໍາປາສັກ



ຈໍາປາສັກ: ລາຍງານຈຸດທີ 3 ຈາກ ປະຊາຊົນ ບ້ານບຶງງາມ, ເມືອງໂຂງ, ແຂວງຈໍາປາສັກ ໃຫ້ຮູ້ວ່າ ໃນຕອນເຊົ້າ ເວລາປະມານ 6:20 ວັນທີ 23 ພຶດສະພາ 2019 ໄດ້ມີວັດຖຸຕົກຈາກ ທ້ອງຟ້າ ເຊິ່ງຄາດວ່າ ຈະເປັນເສດຍານອາວະກາດ ຂອງຈີນ ທີ່ມີການແຈ້ງເຕືອນ ໃຫ້ລະວັງ ຕາມແຈ້ງການຂອງລັດຖະບານ.

ບໍ່ມີໃຜໄດ້ຮັບບາດເຈັບ ຈາກການຕົກຂອງວັດຖຸເຫຼົ່ານີ້.








ຂ່າວຕົກທີ່ ເດີນໂຮງຮຽນບ້ານໜອງຕົມ ເມືອງເລົ່າງາມ ແຂວງສະລາວັນ


ສາລະວັນ: ໃນຕອນເຊົ້າ ວັນທີ 23 ພຶດສະພາ 2019, ປະຊາຊົນໄດ້ລາຍງານເຂົ້າມາອີກວ່າ ໄດ້ມີເສດຊິ້ນສ່ວນຂອງຍານອາວະກາດຂອງຈີນ ຕົກທີ່ເດີນໂຮງຮຽນບ້ານໜອງຕົມ ເມືອງເລົ່າງາມ ແຂວງສະລາວັນ. ບໍ່ມີໃຜໄດ້ຮັບບາດເຈັບ.








ຂ່າວຕົກທີ່ປາກຊ່ອງ


ຈໍາປາສັກ: ເສດຊິ້ນສ່ວນຈາກກິດຈະການ ການບິນອາວະກາດຂອງຈີນ ຕົກໃສ່ເຮືອນປະຊາຊົນ

ໃນຕອນເຊົ້າເວລາປະມານ 6:30 ໂມງ ຂອງວັນທີ 23/5/2019 ໄດ້ມີເສດ ສິ້ນສ່ວນ ຈາກການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ຕົກຢູ່ບ້ານທົ່ງເສັດ ເມືອງປາກຊອ່ງ ແຂວງຈຳປາສັກ

ຕົກໃສ່ຫຼັງຄາເຮືອນປະຊາຊົນ ແລະຕາມເດີ່ນບ້ານ ແຕ່ໂຊກຍັງດີທີ່ບໍ່ມີໃຜເປັນຫຍັງ






--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes