Home ຫຼວງພະບາງ ຮ່ວມງານສືບສານປະເພນີ ບຸນຟັງເທດ 4 ທັມມາດ ທຳນອງຫຼວງພະບາງ ແລະທອດຜ້າປ່າສາມັກຄີ ທີ່ ວັດສີພຸດທະບາດ ບ້ານຊຽງມ່ວນ ນະຄອນ-ຫຼວງພະບາງ 25-26/5/2019
ຮ່ວມງານສືບສານປະເພນີ ບຸນຟັງເທດ 4 ທັມມາດ ທຳນອງຫຼວງພະບາງ ແລະທອດຜ້າປ່າສາມັກຄີ ທີ່ ວັດສີພຸດທະບາດ ບ້ານຊຽງມ່ວນ ນະຄອນ-ຫຼວງພະບາງ 25-26/5/2019
May 23, 2019 0
ຂໍເຊີນຊວນສາທຸຊົນທຸກທ່ານ ຮ່ວມງານສືບສານປະເພນີ ບຸນຟັງເທດ 4 ທັມມາດ ທຳນອງຫຼວງພະບາງ ແລະທອດຜ້າປ່າສາມັກຄີ ເພື່ອສົມທົບທຶນບູລະນະປະຕິສັງຂອນອາຄານຮຽນ 2 ຊັ້ນ ຂອງໂຮງຮຽນມັດທະຍົມສົມບູນສົງ ແຫ່ງເກົ່າ ທີ່ ວັດສີພຸດທະບາດ ບ້ານຊຽງມ່ວນ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ລະຫວ່າງວັນທີ່ 25-26 ພຶດສະພາ ພ.ສ 2562 (2019)
ການສຶກສາສົງຄືການສຶກສາລາວທັງຊາດ ເຊີ່ງສະໄໝກ່ອນຄວາມຮູ້ມາຈາກຄຳພີໃບລານ ມາຈາກຄູບາອາຈານເປັນຜູ້ສິດສອນ ຈຶ່ງມີຊາດລາວ ພາສາລາວ ສາສະໜາ ວັດທະນະທຳ ຮີບຄອງອັນດີງາມມາຮອດປັດຈຸບັນ
ເຊີ່ງຂະນະນີ້ ທາງຄະນະສົງແຂວງຫຼວງພະບາງ ກຳລັງຂື້ນແຜນບູລະນະປະຕິສັງຂອນອາຄານຮຽນ ມສ.ສົງ ວັດສີພຸດທະບາດ ອີກຄັ້ງ ຈຶ່ງໄດ້ຈັດງານບຸນປາງໃຫຍ່ ຄື ງານສືບສານປະເພນີບຸນຟັງເທດ 4 ທັມມາດ ທຳນອງຫຼວງພະບາງ ເພື່ອສືບທອດແລະອະນຸລັກບຸນປະເພນີທາງພຸດທະສາສະໜາໄວ້ຢູ່ຄູ່ຊາວຫຼວງພະບາງຕະຫຼອດໄປ.
ໝາຍກຳໜົດການ ມີດັ່ງນີ້
-ວັນທີ່ 25 ພຶດສະພາ ພ.ສ.2562 (2019) ເປັນມື້ຫ້າງຫາກະກຽມ, ຕອນຄ່ຳໄຫວ້ພຣະສູດມົນ,ຊົມການສະແດງນ້ອງນັກຮຽນ ແລະອື່ນໆ
-ວັນທີ່ 26 ພຶດສະພາ ພ.ສ.2562 (2019) ເວລາ 09:00 ນ. ເລີ່ມສູດປຣິຕຕະມຸງຄຸນ, ຟັງເທດ ໓ ທັມມາດ ແລະທອດຜ້າປ່າສາມັກຄີ ເພື່ອສົມທົບທືນບູລະນະປະຕິສັງຂອນອາຄານຮຽນ ມສສົງ ແຫ່ງເກົ່າ ວັດສີພຸດທະບາດ ແລະຈະໄດ້ເປີດເປັນສູນຮຽນທັມມະ ປະຕິບັດທັມ ຢ່າງເປັນທາງການ.
ດັ່ງນັ້ນ ຈຶ່ງຂໍເຊີນຊວນມາຍັງທ່ານພຸດທະສາສະນິກະຊົນ ຍາດໂຍມພີ່ນ້ອງ ຜູ້ໃຈບຸນທັງຫຼາຍ ໄປຮ່ວມບຸນ ສີນ ກິນທານ ແລະຮ່ວມຮັບຟັງເທດ 4 ທັມມາດ ທຳນອງຫຼງພະບາງ ໃນໂອກາດນີ້ດ້ວຍເທີ້ນ..ຯ
--------------------------------
Subscribe to:
Post Comments
(
Atom
)





Post a Comment