ການຜະລິດສະບຽງອາຫານຢູ່ເມືອງທ່າແຕງມີທ່ວງທ່າຂະຫຍາຍຕົວ


ເຊກອງ: ທ່ານ ຈໍາປາທອງ ຄໍາມະນີວົງ ຮອງຫົວໜ້າຫ້ອງການກະສີກຳ ແລະປ່າໄມ້ ເມືອງທ່າແຕງ ແຂວງເຊກອງລາຍງານໃຫ້ຮູ້ວ່າ: ເພື່ອສຸມໃສ່ການຈັດຕັ້ງປະຕິບັດ ແຜນຍຸດທະສາດ ຂອງຂະແໜງກະສີກໍາປ່າໄມ້ ໃຫ້ສອດຄ່ອງກັບນະໂຍບາຍທິດນໍາສາມສ້າງ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດໃນນີ້ແມ່ນໄດ້ເລັ່ງໃສ່ການປັບປຸງກຸ່ມການຜະລິດ ເປັນຕົ້ນ ກຸ່ມປູກເຂົ້າ,ປູກກາເຟ, ສາລີອາຫານສັດ,ຖົ່ວດິນ, ໝາກແໜ່ງ, ມັນຕົ້ນທາດແປ້ງ ແລະລ້ຽງສັດນ້ອຍອື່ນໆ ເອົາໃຈໃສ່ຍູ້ແຮງການຜະລິດເປັນສິນຄ້າເປັນມິດກັບສິ່ງແວດລ້ອມ ເພື່ອຄຸ້ມຄອງປ່າໄມ້ ແລະຊັບພະຍາກອນປ່າໄມ້ໃຫ້ມີຄວາມຍຶນຍົງ ຄຽງຄູ່ກັບການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກໃຫ້ເຂົ້າສູ່ລວງເລິກ.



ເຊີ່ງເມືອງທ່າແຕງວາງຄາດໝາຍສູ້ຊົນຜະລິດເຂົ້າໃຫ້ໄດ້ 21,506,52 ໂຕນໃນເນື້ອທີ່ 4,232 ເຮັກຕາ ສະເລ່ຍໃສ່ຫົວຄົນ503,87 ໂຕນ, ( ຄາດຄະເນພົນລະເມືອງ 42,879 ຄົນ) ຜະລິດພຶດຜັກ ແລະທາດແປ້ງໃຫ້ໄດ້ 1,936 ໂຕນ, ສະເລ່ຍໃສ່ຫົວຄົນ 45 ກິໂລ/ຄົນ, ການຜະລິດທາດຊີ້ນ ແລະປາ ເພື່ອສະບຽງອາກຫານໃຫ້ໄດ້ 1,909 ໂຕນ/, ເທົ່າກັບ 44 ກິໂລ/ຄົນໃນເນື້ອທີ່ 1,918 ເຮັກຕາ, ຄາດຄະເນລວມຍອດມຸນຄ່າການຜະລິດ ( GO ) ຂອງກະສີກໍາບັນລຸ 425 ຕື້ກວ່າກີບ, ສະເລ່ຍ 10,154,577 ກີບ/ຄົນ ຫຼື ເທົ່າກັບ1,269,66 ໂດລາສະຫາລັດ/ຄົນ.



ທ່ານຮອງຫົວໜ້າຫ້ອງການກະສີກໍາມແລະປ່າໄມ້ ເມືອງທ່າແຕງ ຍັງບອກອີກວ່າ: ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະໂພສະນາການ ມີຄູນນະພາບ, ສະອາດ, ໝັ້ນຄົງ, ຍຶນຍົງ, ຕ້ອງໄດ້ສຸມໃສ່ການການຜະລິດສະບຽງອາຫານໃຫ້ເປັນສິນຄ້າເຊີ່ງມາຮອດປະຈຸບັນໃນທົ່ວເມືອງທ່າແຕງມີສັດລ້ຽງປະເພດຄວາຍມີ: 3,100ໂຕ, ງົວ 16,389 ໂຕ, ໝູ 22,198 ໂຕ, ແບ້ 1,581 ໂຕ, ສັດປີກ 53,189 ໂຕ, ເພື່ອສະໜອງດ້ານສະບຽງອາຫານພາຍ ໃນເມືອງທ່າແຕງໃຫ້ໄດ້ 1,909 ໂຕນ, ສະເລ່ຍໃສ່ຫົວຄົນໃຫ້ໄດ້ 44 ກິໂລ/ຄົນ, ( ຄາດຄະເນພົນລະເມືອງ 42,879 ຄົນ)ໃນນັັ້ນການຜະລິດພາຍໃນ 1,800 ໂຕນ ແລະນໍາເຂົ້າ 109 ໂຕນ,



ສໍາລັບການຜະລິດສະບຽງອາຫານສໍາຮອງທາງຫ້ອງການກະສີກໍາ ແລະປ່າໄມ້ແມ່ນໄດ້ເລັງໃສ່ການຜະລິດທັງສອງລະດູແລ້ງເພື່ອຄໍ້າປະກັນສະບຽບອາຫານ ແລະມີສວ່ນແຮໄວ້ ໃນນີ້ສາມາດຜະລິດໄດ້ປະມານ 1,611 ເຮັກຕາ ຜົນຜະລິດ 1,936 ໂຕນ ສາລີຫວານ 2.760 ໂຕນ, ໃນເນືື້ອທີ່ 460 ເຮັກຕາ, ສະມັດຕະພາບ 550 ໂຕນ/ເຮັກຕາ, ພຶດຜັກຕ່າງໆ 4,651.40 ໂຕນ, ໃນເນື້ອທີ່ 646 ເຮັກຕາ , ໝາກຖົ່ວຍາວ 240 ໂຕນ,ໃນເນື້ອທີ່ 32 ເຮັກສະມັດຕະພາບ 7.50 ໂຕນ/ເຮັກຕາ, ໝາກສະເວີ່400 ໂຕນ, ໃນເນື້ອທີ່ 40 ເຮັກຕາ, ສະມັດຕະພາບ 10 ໂຕນ/ເຮັກຕາ, ເຜືອກມັນຕ່າງໆ 3,900 ໂຕນ, ໃນເນື້ອທີ່ 325 ເຮັກຕາ,ສະມັດຕະພາບ 12 ໂຕນ/ເຮັກຕາ, ມັນຕົ້ນພັນພື້ນເມືອງ 6,825 ໂຕນ, ໃນເນື້ອທີ່ 325 ເຮັກຕາ, ສະມັດຕະພາບ 21 ໂຕນ/ເຮັດຕາ, ໝາກໄມ້ໃຫ້ໝາກ 1.080 ໂຕນ, ໃນເນື້ອທີ່ 90 ເຮັກຕາ, ສະມັດຕະພາບ 12 ໂຕນ/ເຮັກຕາ, ນອກນີ້ຍັງໄດ້ວາງຄາດໝາຍປູກຕົ້ນໄມ້ໃຫ້ໄດ້ 50 ເຮັກຕາ, ດິນລັດ 10 ເຮັດຕາ, ພາກສວ່ນປະຊາຊົນ 10 ເຮັກຕາ ແລະພາກສ່ວນບໍລິສັດ 30 ເຮັກຕາຕື່ມອີກ.

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes