ທ່ານ ເຈົ້າແຂວງໆວຽງຈັນຕິດຕາມຊຸກຍູ້ວຽກງານການພັດທະນາເສດຖະກິດ - ສັງຄົມຢູ່ເມືອງກາສີ



ແຂວງວຽງຈັນ: ໃນວັນທີ 23 ພຶດສະພາ 2019 ນີ້, ທີ່ສະໂມສອນຂອງ ເມືອງກາສີ ແຂວງວຽງຈັນ ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆວຽງຈັນ ໄດ້ລົງຕິດຕາມຊຸກຍູ້ວຽກງານການພັດທະນາເສດຖະກິດ - ສັງຄົມກ່ຽວກັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ - ຈີນຢູ່ເຂດເມືອງກາສີ. ໂດຍມີທ່ານ ສີພັນ ມະນີທອງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຕາງໜ້າໃຫ້ຄະນະນຳ ຂອງເມືອງໃຫ້ ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ - ຮອງຫົວໜ້າຫ້ອງ ການອ້ອມຂ້າງເມືອງ, ເລຂາພັກບ້ານ - ນາຍບ້ານ 9 ບ້ານທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ - ຈີນພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງ - ຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.



ທ່ານ ແພງຄຳ ຈັນທະມຸງຄຸນ ຄະນະປະຈຳພັກເມືອງ ປະທານກວດກາພັກ - ລັດເມືອງກາສີກໍ່ໄດ້ຂຶ້ນລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດໜນ້າທີ່ວຽກງານໄກ່ເກ່ຍສີ່ງກີດຂວາງ ແລະ ປ້ອງກັນຄວາມສະຫງົບກັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ - ຈີນເຂດເມືອງກາສີຕໍ່ຂັ້ນເທີງ ເຊີ່ງທ່ານໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມ ຂໍ້ຕົກລົງຂອງທ່ານ ຫົວໜ້າຄະນະຊີ້ນຳປະສານງານໄກ່ເກ່ຍສີ່ງກີດຂວາງ ແລະ ປ້ອງກັນຄວາມສະຫງົບໂຄງການ ກໍ່ສ້າງເສັ້ນທາງລົດໄຟລາວ - ຈີນແຂວງວຽງຈັນ ສະບັບເລກທີ 09 ລົງວັນທີ 17/1/2017 ວ່າດ້ວຍການແຕ່ງ ຕັ້ງຄະນະກຳມະການໄກ່ເກ່ຍສີ່ງກີດຂວາງ ແລະ ປ້ອງກັນຄວາມສະຫງົບ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ - ຈີນຢູ່ເຂດເມືອງກາສີ ເຊີ່ງປະກອບມີ 5 ພາກສ່ວນມີທັງໝົດ 9 ສະຫາຍ.



ໂດຍໄດ້ລົງສຳຫຼວດ, ວັດແທກ, ເກັບກຳຂໍ້ມູນຜົນກະທົບຈາກ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ - ຈີນແຕ່ວັນທີ 23/2/2017 ເຖີງວັນທີ 12/4/2018 ກໍ່ໄດ້ສຳເລັດໂດຍພື້ນຖານ, ຜ່ານການສຳຫຼວດ, ວັດແທກ, ເກັບກຳຂໍ້ມູນເຫັນວ່າແລວທາງລົດ ໄຟຜ່ານເມືອງກາສີມີລວງຍາວທັງໝົດ 31 ກິໂລແມັດໃນນັ້ນກວມເອົາທັງໝົດ 9 ບ້ານຄື: ບ້ານທົ່ງເໝືອດ, ໂພນສະຫວາດ, ໜອງບົວທອງ, ນາມົນໃໝ່, ນາມົນໃຫຍ່, ພູຄຳ, ວຽແກ້ວ, ນ້ຳຟົດ ແລະ ບ້ານນາສັງທອງ. ລວມມີ 428 ຄອບຄົວປະກອບມີ: ສີ່ງປຸກສ້າງມີ 193 ລາຍການ, ມີດີນປຸກສ້າງ 263 ຕອນເນື້ອທີ່ 17,2 ເຮັກຕາ, ມີດິນນາ 112 ຕອນ ເນື້ອທີ່ 35,89 ເຮັກຕາ, ມີດິນສວນ 78 ຕອນ ເນື້ອທີ່ 25,23 ເຮັກຕາ, ມີໜອງປາ 9 ໜອງ ເນື້ອທີ່ 3 ເຮັກຕາກ່ວາ, ມີປ່າຊ້າ 2 ແຫ່ງ, ມີໂຮງຮຽນ 2 ຫຼັງ,



ນອກຈາຜົນກະທົບຢູ່ໃນແລວທາງລົດໄຟແລ້ວຍັງມີ ເນື້ອທີ່ນາຢູ່ນອກແລວຢູ່ເຂດບ້ານທົ່ງເໝືອດທີ່ໄດ້ຮັບຜົນກະທົບຈຳນວນ 107,73 ເຮັກຕາບໍ່ສາມາດເຮັດນາໄດ້ 2 ປີແລ້ວເນື່ອງຈາກເຄອງເໝືອງ ຖືກຜົນກະທົບຈາກການກໍ່ສ້າງເສັ້ນທາງລົດໄຟ, ສົງລວມມູນຄ່າຜົນກະທົບຈາກ ການສຳຫຼວດ ໃນເບື້ອງຕົ້ນໂຄງການໄດ້ຮັບຜິດຊອບຊົດເຊີຍທັງໝົດ 68 ຕື້ກ່ວາກີບ.


ຜ່ານມາຄະນະກຳມະການໄດ້ສົມທົບກັບພາກສ່ວນທີກ່ຽວຂ້ອງເພື່ອຄິດໄລ່ຊົດເຊີຍໃຫ້ຄອບຄົວຜູ້ຖືກຜົນກະທົບສຳເລັດແລ້ວ 7 ບ້ານລວມມີ 283 ຄອບຄົວເປັນເງີນທັງໝົດ 53.822.254.000 ກີບ, ໃນນັ້ນໄດ້ລົງລາຍເຊັນ 7 ພາກສ່ວນເພື່ອຄິດໄລ່ຊົດເຊີຍໃຫ້ບ້ານນ້ຳຟົດ ແລະ ບ້ານໂພນສະຫວາດ ຈຳນວນໜື່ງ ລວມມີ 103 ຄອບຄົວເປັນເງີນ 9.161.214.000 ກີບຈຳນວນດັ່ງກ່າວແມ່ນລໍຖ້າຮັບເງີນປະມານເດືອນ 6/2019 ນີ້ດ້ານວຽກງານປ້ອງກັນຄວາມສະຫງົບແມ່ນໄດ້ຈັດຕັ້ງປະຕິບັດວຽກງານຕາມແຜນຂອງບໍລິສັດຮັບເໝົາໃຫ້ສຳເລັດຕາມລະດັບຄາດໝາຍ.



ໃນໂອກາດດັ່ງກ່າວ ທ່ານເຈົ້າແຂວງໆວຽງຈັນ ໄດ້ໃຫ້ກຽດໂອ້ລົ້ມ ເຊີ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະນຳຂອງເມືອງກໍ່ຄືຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີຕາມການມອບໝາຍ ພ້ອມນີ້ທ່ານກໍ່ໄດ້ຍົກໃຫ້ເຫັນສະພາບການຂອງພາກພື້ນ ແລະ ສາກົນດ້ານເສດຖະກິດ - ສັງຄົມ, ຄວາມເຄັ່ງຮ້ອນທາງດ້ານການເມືອງ, ພ້ອມທັງຮຽກຮ້ອງໃຫ້ຄະນະຮັບຜິດຊອບຂັ້ນເມືອງເອົາໃຈໃສ່ຕື່ມໃນການເປັນເຈົ້າການສຳຫຼວດກວດກາໃຫ້ລະອຽດ ແລະ ສອດຄ່ອງກັບສະພາບຕົວຈິງໂດຍສະເພາະກໍ່ແມ່ນການຊົດເຊີຍໃຫ້ຄອບຄົວທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວເພື່ອໃຫ້ປະຊາຊົນມີຊີວິດຄອບຄົວທີ່ດີຂື້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ມີບ່ອນທຳມາຫາກີນ ແລະ ເປັນຄອບຄົວທີ່ພັດທະນາ,



ເອົາໃຈໃສ່ຊຸກຍູ້ພໍ່ແມ່ປະຊາຊົນປູກຟັງ - ລ້ຽງສັດແບບປອດສານຜິດຫຼີກລ້ຽງການນຳໃຊ້ສານເຄມີເຂົ້າໃນການຜະລິດ ແລະ ຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ, ສະເໜີໃຫ້ບັນດາຄະນະນຳຂອງເມືອງ ແລະ ພໍ່ແມ່ປະຊາຊົນຮັບຮູ້ກ່ຽວກັບການກໍ່ສ້າງເສັ້ນທາງດ່ວນເພື່ອອຳນວຍຄວາມສະດວກໃນຕໍ່ໜ້າເຊັ່ນ: ການກະກຽມສຳຫຼວດໃຫ້ລະອຽດດ້ານຂອບເຂດການປູກຟັງ, ເຂດອຸດສາຫະກຳ ແລະ ເຂດປຸກສ້າງຕ່າງໆ, ດ້ານວຽກງານການປ້ອງກັນຄວາມສະຫງົບກໍ່ໃຫ້ມີສະຕິລະມັດລະວັງຕົວສູງ, ປ້ອງກັນເວນຍາມຢ່າງເຄັ່ງຄັດ, ເອົາໃນໃສ່ກວດກາການເຂົ້າ - ອອກຂອງພົນລະເມືອງຢ່າງເຂັ້ມງວດ.



ໃນຕອນທ້າຍ ທ່ານ ສີພັນ ມະນີທອງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງກໍ່ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳຂອງເມືອງກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ຕໍ່ທ່ານເຈົ້າແຂວງໆວຽງຈັນ ທີ່ເປັນຫ່ວງເປັນໄຍ ຊີ້ທິດເຍືອງທາງໃຫ້ແກ່ຄະນະພັກ, ຄະນະນຳຂອງເມືອງ ແລະ ກໍ່ຈະຂໍນຳເອົາທຸກຄຳເວົ້າຂອງທ່ານທີເປັນວິໄສທັດໄປຈັດຕັ້ງປະຕິບັດ ຊີ້ນຳໆພາ ນຳໃຊ້ເຂົ້າໃນຂົງເຂດວຽກງານຢູ່ພາຍໃນເມືອງກາສີໃຫ້ເກີດຜົນສຳເລັດຢ່າງສູງ.

ຂ່າວ ເມືອງກາສີ.

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes