ລັດຖະບານ ສ.ເກົາຫຼີ ໃຫ້ທຶນຊ່ວຍຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ໄລຍະ 2)



ລັດຖະບານ: ໃນວັນທີ 14 ພຶດສະພາ 2019, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ໄດ້ມີທີເຊັນບົດບັນທຶກຜົນການປຶກສາຫາລື (Record of Discussion) ຮັບເອົາທຶນຊ່ວຍຫຼືອຈາກລັດຖະບານ ສ.ເກົາຫຼີ ຈຳນວນ 5.5 ລ້ານ ໂດລາສະຫະລັດ ເພື່ອມາແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ໄລຍະ 2) ຈາກ ລັດຖະບານ ສ.ເກົາຫຼີ ໃຫ້ແກ່ ລັດຖະບານ ສປປ ລາວ. ໂດຍເຊັນຮ່ວມມືກັນລະຫວ່າງ ທ່ານ ບຸນເພັງ ສີສະຫວັດ ຮັກສາການຫ້ອງການ ຄຊກລ , ທ່ານ ນາງ ຣິຄາດາ ເລເຈີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ  ສປປ  ລາວ ແລະ  ທ່ານ ຊູງຊູ ໂອ ຜູ້ຕາງໜ້າອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈຳ  ສປປ ລາວ .



ໂດຍສ່ອງໜ້າ ທ່ານ ນ. ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ແລະ ທ່ານ ນ. ມິກິຢອງ ລີ (Mikyung Lee) ປະທານຫ້ອງການໃຫຍ່ອົງການຮ່ວມມືສາກົນ ສ.ເກົາຫຼີ, ທ່ານ  ຊຸງ ຊູນ ຊິນ (Sung-soon Shin) ເອກອັກຄະລະຖະທູດ ແຫ່ງ ສ.ເກົາຫຼີ ປະຈຳ ສປປ ລາວ ແລະ ບັນດາທ່ານຜູ້ມີກຽດຈາກ ສ.ເກົາຫຼີ  ແລະ ສປປ ລາວ ເຂົ້າຮ່ວມ.



ສປປ ລາວ ເປັນປະເທດໜຶ່ງທີ່ຖືກຜົນກະທົບຈາກລູກລະເບີດຢ່າງໜັກໜ່ວງທີ່ສຸດ ໃນລະຫວ່າງ ປີ 1964 ເຖິງ 1973 ໄດ້ມີສົງຄາມຕໍ່ສູ້ທາງພາກພື້ນດິນ ແລະ ການຖີ້ມລະເບີດທາງອາກາດ ຫຼາຍກວ່າ 580.000 ຖ້ຽວບິນທີ່ໄດ້ບັນທຸກລະເບີດຫຼາຍກວ່າ 2 ລ້ານໂຕນ ແລະ ໄດ້ຖີ້ມລົງໃສ່ຜືນແຜ່ນດິນ ສປປ ລາວ ຊຶ່ງໄດ້ກວບເອົາເນື້ອທີ່ 87.000 ກິໂລຕາແມັດ.

ໃນນັ້ນ ໄດ້ມີລະເບີດລູກຫວ່ານ ຈຳນວນ 270 ລ້ານໜ່ວຍ ຕາມການປະເມີນທາງດ້ານວິຊາການ ຄາດວ່າຍັງມີລະເບີດລູກຫວ່ານທີ່ບໍ່ທັນແຕກ ແລະ ຕົກຄ້າງ ປະມານ 80 ລ້ານໜ່ວຍ. ດ້ວຍເຫດນີ້ ລະເບີດທີ່ບໍ່ທັນແຕກໄດ້ສືບຕໍ່ສັງຫານເດັກນ້ອຍ ແລະ ປະຊາຊົນໃນແຕ່ລະປີ ເຫັນວ່າເປັນໄພຂົມຂູ່ໃນການດຳລົງຊີວິດ ແລະ ທຳມາຫາກິນປະຈຳວັນຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ.

ນອກຈາກນັ້ນ, ລະເບີດບໍ່ທັນແຕກຍັງໄດ້ກີດຂວາງພັດທະນາພື້ນຖານໂຄງລາງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ແລະ ແຜນລຶບລ້າງຄວາມທຸກຍາກ.



ພິທີດັ່ງກ່າວ; ແມ່ນເພຶຶ່ຶອເປັນການເຊັນບົດບັນທຶກ ການປຶກສາຫາລືການຮັບເອົາທຶນຊ່ວຍຫຼືອຈາກລັດຖະບານ ສ.ເກົາຫຼີ ຈຳນວນ 5.5 ລ້ານ ໂດລາສະຫະລັດ ເພື່ອມາແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ໄລ ຍະ2), ເຊິ່ງໄລຍະຜ່ານມາແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈຳ ສປປ ລາວ (ກອຍກ້າ)ຈຳນວນ  3 ລ້ານໂດລາສະຫະລັດ,ຊຶ່ງທຶນການຊວ່ຍເຫລືອໃນຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍ,ໂດຍຈະເອົາໄປນຳໃຊ້ສ້າງໂຄງເຂັ້ມແຂງໃຫ້ແກ່ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ກອງກວດກູ້ມະນຸດສະທຳກອງທັບ.



ທ່ານ ນ. ໃບຄຳ ຂັດທິຍະ ຍັງໄດ້ກ່າວອີກວ່າ: ໃນນາມຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຈະສືບຕໍ່ສົມທົບກັບອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈຳ ສປປ ລາວ, ອົງການ ສປຊ ເພຶ່ຶອການພັດທະນາ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດທຶນສະໜັບສະໜູນຂອງ ສ.ເກົາຫຼີ ເຂົ້າໃນວຽກງານການສໍາຫຼວດ, ການກວດກູ້, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການໂຄສະນາຄວາມອັນຕະລາຍຈາກ ລບຕ ແລະ ວຽກງານອື່ນ ແລະ ກໍຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ກັບຊ່ວຍເຫຼືອສະໜັບສະໜູນທຶນຮອນໃນໄລຍະຜ່ານມາຈົນເຖິງປັດຈຸບັນນີ້ ລັດຖະບານ ສ.ເກົາຫຼີ ແລະ ຈະນຳເອົາທຶນຮອນດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ມີປະສິດຕິພາບ,ປະສິດຕິຜົນ ແລະ ເກີດປະໂຫຍດສູງສຸດ./

ຂ່າວ ຮສສ ໂດຍ: ນ. ເພັດສະໄໝ

--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes