Home ບຸນປະເພນີ ເຊີນຮ່ວມພິທີເຖລາພິເສກ "ອົງພຣະພຸດທະໂພຄາຣິຍະມະຫາມຸນີ" ຢູ່ວັດພູຄວາຍໂພຄາຣາມ ນະຄອນ ຫຼວງພະບາງ 17-19/5/2019
ເຊີນຮ່ວມພິທີເຖລາພິເສກ "ອົງພຣະພຸດທະໂພຄາຣິຍະມະຫາມຸນີ" ຢູ່ວັດພູຄວາຍໂພຄາຣາມ ນະຄອນ ຫຼວງພະບາງ 17-19/5/2019
May 16, 2019 0
ຫຼວງພະບາງ: ຂ່າວບຸນ ພິທີ ອະຣາທະນາເຄື່ອນຍ້າຍ "ອົງພຣະພຸດທະໂພຄາຣິຍະມະຫາມຸນີ" ສ້າງດ້ວຍຫີນອ່ອນ ຈາກ ນະຄອນດານັງ ສສ.ຫວຽດນາມ ເລີ້ມຂື້ນ ໃນວັນທີ 9 ພຶດສະພາ ພສ 2562 ຄສ 2019 ໄດ້ມາເຖີງວັດພູຄວາຍໂພຄາຣາມ ນະຄອນ ຫຼວງພະບາງ ສປປ ລາວ ໃນຕອນຄໍ່າຂອງວັນທີ່ 14 ພຶດສະພານີ້ ຈາກນັ້ນ ຈະມີພິທີ ສົມໂພດ ຫຼື ເຖຣາພິເສກໃນຕອນຄໍ່ຂອງ ວ້ນທີ່ 17 ຕະຫຼອດຄືນ, ສ່ວນວັນທີ່ 18 ຕອນເຊົ້າ ຈະມີການໃສ່ບາດພາຍໃນວັດ ເທດອຸປະຄຸດ, ມາໄລໝື່ນ, ມາໄລແສນ ແລ້ວຄົບງານຕາມປະເພນີ ແລະວັນທີ່ 19 ຈະມີການເທດມະຫາຊາດຕະຫຼອດວັນ.
"ອົງພຣະພຸດທະໂພຄາຣິຍະມະຫາມຸນີ" ມີຄວາມໝາຍວ່າ: ພຣະພຸດທະເຈົ້າ ອົງປະທານອະຣິຍະຊັບເປັນພອນ, ໜ້າຕັກກວ້າງ 309 cm ລວງສູງ 509 cm ນໍ້າໜັກ 38 ໂຕນ, ປະຕິມາກຳທີ່ໃຊ້ຫີນອ່ອນ ແກະສະຫຼັກເປັນອົງພຣະພຸດທະເຈົ້າສິລະປະແບບລ້ານຊ້າງ-ຈາມ ແລະປະສົມປະສານ ມູນຄ່າການກໍ່ສ້າງ 70,000 ໂດລ້າສະຫະລັດ.
ຂະບວນຂົນສົ່ງ ໄດ້ເຄື່ອນຈາກໂຮງງານຫີນອ່ອນ ນະຄອນດານັງ ສູ່ ດ່ານສາກົນລາວບ໋າວຊາຍແດນ ຫາ ເມືອງເຊໂປນ ແຂວງສະຫວັນນະເຂດ ຫາ ນະຄອນ ຫຼວງວຽງຈັນ ແລະນະຄອນ ຫຼວງພະບາງ, ພະພຸດທະຮູບດັ່ງກ່າວ ນຳພາກໍ່ສ້າງໂດຍ: ສາທຸໃຫຍ່ ຈັນທະຣິນ ຈິນນະທັມໂມ ກຳມະການສູນກາງ ອົງການພຸດທະສາສະໜາສຳພັນລາວ, ຮອງປະທານ ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພຣະບາງ, ເຈົ້າອະທິການວັດພູຄວາຍໂພຄາຣາມ, ພ້ອມດ້ວຍພໍ່ແມ່ຄູບາອາຈານ ແລະອອກຕົນຍາດໂຍມຜູ້ມີຈິດສັດທາຮ່ວມສ້າງ.
ສຳລັບປະຊາຊົນ ຫຼື ພຸດທະບໍລິສັດ ທີ່ມີຈິດໃຈໃສສັດທາ ສາມາດສົມທົບທືນເປັນເຈົ້າພາບເຈົ້າສັດທາ ຮ່ວມບຸນໄດ້ຢູ່ວັດພູຄວາຍໂພຄາຣາມ ຫຼື ຕິດຕໍ່ທີ່ເບີໂທລະສັບ: +856-20-5567-3785, 9993-0305, 5600-6534, 030-5876-947.
--------------------------------
Subscribe to:
Post Comments
(
Atom
)










Post a Comment