ເຈົ້າໜ້າທີ່ປາບປາມຢາເສບຕິດ ຈັບ 4 ຄົນ ພ້ອມເຮໂຣອິນ 40 ແທ່ງ ນໍ້າໜັກ 15 ກິໂລກະລາມ




ນະຄອນຫຼວງວຽງຈັນ: ລາຍງານຈາກ ໜັງສືພິມຄວາມສະຫງົບໃຫ້ຮູ້ວ່າ ໃນວັນທີ 10 ພຶດສະພາ 2019, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ນຳກຳລັງເຈົ້າໜ້າທີ່ວິຊາສະເພາະເຂົ້າຈັບເປົ້າໝາຍຄ້າ-ຂາຍຢາເສບຕິດ ຢູ່ເຮືອນເຊົ່າເຂດບ້ານໜອງຍາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສາມາດຈັບໄດ້ 4 ຄົນ, ພ້ອມເຮໂຣອິນຈຳນວນ 40 ແທ່ງ ແລະ ເຄື່ອງຂອງກາງທີ່ພົວພັນກັບການເຄື່ອນໄຫວຄ້າຂາຍຢາເສບຕິດ ລວມມີນ້ຳໜັກ 15 ກິໂລກຼາມ, ເງິນຈຳນວນໜຶ່ງ, ໂທລະສັບ 4 ເຄື່ອງ ແລະ ລົດໃຫຍ່ 1 ຄັນ.

ເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ເປີດເຜີຍໃຫ້ຮູ້ວ່າ: ຜູ້ຖືກຫາ 4 ຄົນ ຊື່ ທ້າວ ມິດ ອາຍຸ 45 ປີ, ທ້າວ ທອງພຸດ ອາຍຸ 20 ປີ ທັງສອງຢູ່ບ້ານໃໝ່ພູຄາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ທ້າວ ຢຽນຈຽນ ຫຼື ອາຈຽນ ອາຍຸ 38 ປີ ເຊື້ອຊາດ ແລະ  ສັນຊາດຈີນ ຢູ່ບ້ານຊື້ເໝົ້າ ເມືອງຊື້ເໝົ້າ ແຂວງຢູນນານ ແລະ ທ້າວ ອາໜິ ຫຼື ອາເປ ອາຍຸ 30 ປີ ເຊື້ອຊາດ ແລະ ສັນຊາດຈີນ ຢູ່ ບ້ານມູລິງ ເມືອງຟູເອີ ແຂວງຢູນນານ.



ຜ່ານການສອບສວນເບື້ອງຕົ້ນພວກກ່ຽວສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວແມ່ນກຽມເອົາມາຂາຍໃຫ້ຜູ້ສັ່ງຊື້ ແຕ່ຖືກຈັບໄດ້ກ່ອນ. ປັດຈຸບັນຄະດີດັ່ງກ່າວຢູ່ຂັ້ນຕອນການສືບສວນ-ສອບສວນຂະຫຍາຍຜົນຫາທີ່ໄປທີ່ມາຂອງຢາເສບຕິດ ເພື່ອຂຶ້ນແຜນຕິດຕາມຜູ້ທີ່ຖືກຊັດທອດມາດຳເນີນຄະດີຕາມລະບຽບກົດໝາຍ.

ພາບແລະຂ່າວ: ໜັງສືພິມຄວາມສະຫງົບ/
--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes