Home ລັກຊັບ ຖະແຫຼງຂ່າວ: ຈັບ 2 ສາວ ຈູດສູນໂພສະນາການ ເພື່ອຫຼົບໜີຄະດີຍັກຍອກຊັບຂອງລັດ
ຖະແຫຼງຂ່າວ: ຈັບ 2 ສາວ ຈູດສູນໂພສະນາການ ເພື່ອຫຼົບໜີຄະດີຍັກຍອກຊັບຂອງລັດ
May 10, 2019 0
ໃນເວລາ 17:00 ໂມງ ວັນທີ 28 ເມສາ 2019, ນາງ ປິ່ນມຸກ ຫຼື ມຸກ ອາຍຸ 30 ປີ ແລະ ນາງ ເກດນາລີ ຫຼື ລີ ອາຍຸ 28 ປີ ທັງ 2 ເປັນພະນັກງານສູນໂພສະນາການ ກະຊວງສາທາລະນະສຸກ ໄດ້ເຂົ້າໄປສູນໂພສະນາການ ຕັ້ງຢູ່ບ້ານສີເມືອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອເປັນການສ້າງສະຖານະການທຳລາຍຫຼັກຖານກ່ຽວກັບລະບົບການເງິນ ເນື່ອງຈາກທັງ 2 ຄົນ ໄດ້ເອົາເງິນຂອງສູນໄປໃຊ້ຈ່າຍຫຼີ້ນການພະນັນ ຈໍານວນ 1 ຕື້ກວ່າກີບ, ດ້ວຍການງັດຕູ້ເຊັບເພື່ອເຮັດໃຫ້ເຫັນຄືວ່າມີຄົນຮ້າຍມາລັກເງິນ ແຕ່ບໍ່ສາມາດງັດຕູ້ເຊັບໄດ້ ຈຶ່ງໄດ້ປ່ຽນແຜນທຳລາຍຫຼັກຖານດ້ວຍການຈູດສູນໂພສະນາການ ໃນເວລາປະມານ 23 ໂມງ ເພື່ອຈະອຳພາງຄະດີ, ມາຮອດວັນທີ 29 ເມສາ 2019 ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກັກຕົວທັງ 2 ມາດຳເນີນຄະດີ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ນາງ ປິ່ນມຸກ ຫຼື ມຸກ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນເດືອນກຸມພາ ນາງເກດນາລີ ໄດ້ມາຢືມເງິນນໍາຕົນ ຈໍານວນ 8 ຮ້ອຍກວ່າລ້ານກີບ ໂດຍອ້າງວ່າຈະເອົາໄປເປີດຈັດສັນດິນຂາຍ. ມາຮອດເດືອນມີນາ ແລະ ເມສາ 2019 ຜູ່ກ່ຽວກໍໄດ້ມາຢືມເງິນນໍາຕົນ ໂດຍໄດ້ຂູ່ວ່າຖ້າບໍ່ໃຫ້ຢືມເງິນອີກ ແມ່ນຈະບໍ່ໃຊ້ເງິນຄືນຈຳນວນທີ່ຢືມໄປກ່ອນແລ້ວ. ຕົນຈື່ງຈໍາຕ້ອງໃຫ້ຜູ່ກ່ຽວຢືມອີກລວມຈໍານວນເງິນທັງໝົດ 1 ຕື້ 4 ຮ້ອຍກວ່າລ້ານກີບ, ເມື່ອນາງ ເກດນາລີ ຮູ້ວ່າເງິນທີ່ຕົນໃຫ້ຜູ່ກ່ຽວຢືມ ແມ່ນເອົາມາຈາກເງິນສູນໂພສະນາການ ກະຊວງສາທາລະນະສຸກ, ມາຮອດວັນທີ 25 ເມສາ 2019 ນາງ ເກດນາລີ ຈິ່ງໄດ້ລົມກັບຕົນໃນການວາງແຜນງັດຕູ້ເຊັບ ເພື່ອເປັນການສ້າງສະຖານະການທຳລາຍຫຼັກຖານການເງິນ,
ຕົກມາຮອດວັນທີ 28 ເມສາ 2019 ເວລາ 11:00 ໂມງ ຈື່ງໄດ້ໂທຫາກັນ ເພື່ອເຂົ້າໄປສູນ ແລະ ເຮັດຕາມແຜນການທີ່ວາງໄວ້. ພໍໄປຮອດສູນ ເວລາ 17:00 ໂມງ ຕົນກັບນາງ ເກດນາລີ ຈິ່ງໄດ້ງັດຕູ້ເຊບ ແລະ ຕັດບານພັບຕູ້ເຊັບ ແຕ່ບໍ່ສາມາດງັດໄດ້, ຈຶ່ງໄດ້ໂທຫາຊາຍອີກຄົນໜື່ງມາຊ່ວຍ ເມື່ອຊາຍຄົນນັ້ນມາຮອດ, ຕົນຈື່ງໄດ້ຂີ່ລົດອອກໄປຊື້ເຫຼັກສະແລງ, ຄ້ອນປອນ ແລະ ນໍ້າມັນແອັດຊັງ 5 ລິດ ເມື່ອຊື້ອຸປະກອນມາແລ້ວ ນາງ ເກດນາລີ ໄດ້ເອີ້ນນາງ ຊົ່ງ; ເຊິ່ງເປັນຍາມປະຈຳສູນມາລົມວ່າ ມີຄວາມຈຳເປັນເອົາເງິນໄປໃຊ້ໜີ້, ເພາະເປັນໜີ້ຫຼາຍບ່ອນ, ຖ້າຫາກງັດຕູ້ເຊັບໄດ້ສຳ ເລັດຈະປັນເງິນໃຫ້ຈຳນວນໜື່ງ ແຕ່ນາງ ຊົ່ງ ໄດ້ປະຕິເສດບໍ່ເອົາເງິນຈຳນວນດັ່ງກ່າວ, ແລ້ວຕົນຈິ່ງໄດ້ຢືນຢູ່ກັບນາງ ຊົ່ງ ເພື່ອບໍ່ໃຫ້ຕິດຕໍ່ກັບຄົນພາຍນອກ. ຈາກນັ້ນນາງ ເກດນາລີ ແລະ ຊາຍຄົນນັ້ນຈຶ່ງໄດ້ເຂົ້າໄປລົງມືຈູດສູນ ແລ້ວໄດ້ພາກັນກັບບ້ານຂອງໃຜລາວ. ມາຮອດວັນທີ 29 ເມສາ 2019 ເຈົ້າໜ້າທີ່ຈິ່ງໄດ້ກັກຕົວ ມາດໍາເນີນຄະດີ.
ນາງ ເກດນາລີ ຫຼື ລີ ໄດ້ຍອມຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຕົນໄດ້ໄປຢືມເງິນນຳນາງ ປິ່ນມຸກ ແທ້ ໃນຈຳນວນ 1 ຕື້ 4 ຮ້ອຍລ້ານກວ່າກີບ; ເຊິ່ງຮູ້ຈັກຮັກແພງກັນໃນນາມເພື່ອນຮ່ວມງານ. ພາຍຫຼັງຕົນເອງຮູ້ວ່າເງິນທີ່ນາງ ປິ່ນມຸກ ເອົາມາໃຫ້ຢືມແມ່ນເງິນຂອງສູນດັ່ງກ່າວ ຕົນຈືງໄດ້ລົມກັນນາງປິ່ນມຸກ ເພື່ອວາງແຜນງັດຕູ້ເຊັບ ເພື່ອເປັນການທຳລາຍຫຼັກຖານການເງິນ. ໃນມື້ລົງມື້ກໍ່ເຫດ ເມື່ອມັນບໍ່ເປັນໄປຕາມແຜນ ຈິ່ງໄດ້ປ່ຽນແຜນມາຈູດສູນດ້ວຍຮູບການເທ່ນໍ້າມັນລົງພື້ນ ແລ້ວໃຊ້ກັບໄຟໄຕ້ທຽນໃຫ້ລຸກ ແລ້ວໂຍນໃສ່ບ່ອນເທ່ນ້ຳມັນລົງ. ຈາກນັ້ນກໍ່ໄດ້ຂີ່ລົດວົນວຽນສູນ ເພື່ອສັງເກດການເມື່ອໄຟລຸກຂຶ້ນແລ້ວພວກຕົນກໍ່ໄດ້ພາກັນໜີ. ມາຮອດວັນທີ 29 ເມສາ 2019 ເຈົ້າໜ້າທີ່ຈິ່ງໄດ້ກັກຕົວ ມາດຳເນີນຄະດີ.
ຂ່າວ: ປກສ ນະຄອນຫຼວງວຽງຈັນ
--------------------------------
Subscribe to:
Post Comments
(
Atom
)




Post a Comment