ພະນັກງານດັບໄຟ, ອາສາກູ້ໄພ ແລະ ເຈົ້າໜ້າທີ່ ຮີໂຣ ຊ່ວຍດັບໄຟ ເຫດໄຟໄໝ້ ຕຶກວາງສະແດງສິນຄ້າ ລາວ-ໄອເຕັກ


ນະຄອນຫຼວງວຽງຈັນ: ຈາກເຫດ ການໄຟໄໝ້ ຕຶກວາງສະແດງສິນຄ້າ ລາວ-ໄອເຕັກ ໃນຕອນເຊົ້າ ວັນທີ 10 ພຶດສະພາ 2019. ທີມງານ All in LAOS ຢາກສະແດງຄວາມຊົມເຊີຍ ຕໍ່ທີມງານດັບເພີງ ແລະ ໜ່ວຍກູ້ໄພ ທຸກພາກສ່ວນ ທີ່ເຮັດວຽກຢ່າງໜັກ, ສ່ຽງຊີວິດຕົນເອງເຂົ້າໄປ ມອດໄຟ. 

ພິເສດ ແມ່ນບັນດາ ອາສາສະໝັກຂອງໜ່ວຍກູ້ໄພທຸກໜ່ວຍ ທີ່ເຮັດວຽກ ດ້ວຍຄວາມອາສາ, ເສຍສະຫຼະ ຢ່າງແທ້ຈິງ. ຫາກບໍ່ມີພວກທ່ານ ໄຟອາດຈະລຸກລາມ ແລະ ສ້າງຄວາມເສຍຫາຍໜັກ.







ຂໍ້ມູນເບື່ອງຕົ້ນໃຫ້ຮູ້ວ່າ ໄຟໄໝ້ ຄັ້ງນີ້ ສ້າງຄວາມເສຍຫາຍ ແກ່ຮ້ານຂາຍເຄື່ອງຫຼາຍກວ່າ 20 ບູດ, ແລະ ອາຄານ ກໍ່ຖືກໄຟໄໝ້ ໄປຫຼາຍສົມຄວນ. ເຊິ່ງ ໃນມື້ດຽວກັນນີ້ ຈະມີການເປີດງານ Made in Laos ທີ່ຈະຈັດການວາງສະແດງສິນຄ້າ ຜະລິດຕະພັນລາວ ແຕ່ວັນທີ 10-19 ພຶດສະພາ 2019, ງານນີ້ອາດຈະໄດ້ຍົກເລີກ ຫຼື ຍ້າຍໄປຈັດບ່ອນໃໝ່.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ສ່ວນລາຍລະອຽດຄວາມເສຍຫາຍນັ້ນ ກໍ່ຖ້າຟັງຈາກ ຂ່າວ ປກສ ຕື່ມ.

Clip by: Pong Syhalath
_________________
ຂ່າວກ່ອນໜ້ານີ້

ປະຈຸບັນນີ້ 10/5/2019ເວລາ9:00ໄດ້ຮັບແຈ້ງໄຟໃໝ້ເຂດສູນການຄ້າລາວໄອເຕັກລົດດັບເພີງແລະໜ່ວຍກູ້ໄພກຳລັງເຂົ້າຊ່ວຍເຫຼືອ.


ຂ່າວເພີ່ມເຕີມຈະລາຍງານໃຫ້ຊາບອີກເທື່ອໜຶ່ງ

ຄລິບຕອນໄຟໄໝ້

ຄລິບຕອນໄຟເລີ່ມໄໝ້








ຈາກການລາຍງານເບື້ິອງຕົ້ນ ຂອງທີມງານກູ້ໄພ ໄຟໄໝ້ ແມ່ນໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນ, ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ແມ່ນກໍາລັງເລັ່ງກວດສອບຫາສາເຫດ ຂອງການເກີດໄຟໄໝ້ຄັ້ງນີ້.  



ຈາກການລາຍງານຄວາມຫາຍ ດ້ານາໃນມີບູດສິນຄ້າ ປະມານ 20-30 ບູດ ຖືກໄຟໄໝ້, ຈຸດທີ່ໄໝ້ ແມ່ນແຖວໂຊລກ້ອງຂັ້ນໄດທາງຂື້ນເບື້ອງທິດເໝືອ, ເບື້ອງໂຮງໜັງເກົ່າ ແຕ່ເປັນຊັ້ນລຸ່ມ.



ໄຟທີ່ລຸກໄໝ້ຮຸນແຮງທາງດ້ານໃນຂອງຕຶກວາງສະແດງສິນຄ້າລາວໄອເຕັກ ແມ່ນໄດ້ກໍ່ໃຫ້ເກີດຄວັນດໍາຂະໜາດໃຫຍ່ຂຶ້ນ. ເຊິ່ງສາມາດແນມເຫັນ ໄດ້ຈາກຫຼາຍກິໂລແມັດ. 



ບັນດາຜູ່ປະກອບການ ແລະ ຜູ່ຈັດງານ Made in Laos ແມ່ນພາກັນແຕກຕື່ນ ແລະ ຟ້າວຂົນເຄື່ອງຂອງ ໜີໄຟ. ມ່ີສິນຄ້າຈໍາໜື່ງ ກໍ່ແມ່ນຖືກເຜົາໄໝ້ໄປກັບ ເຫດອັກຄີໄພຄັ້ງນີ້.










ຄວາມເສຍຫາຍດ້ານໃນຂອງຕອນທີ່ ທີມກູ້ໄພ ແລະ ໜ່ວຍດັບໄຟ ເຂົ້າໄປສະດັບໄຟ.


ສະພາບຄວາມເສຍຫາຍ ຫຼັງດັບໄຟໄດ້











ສ່ວນລາຍລະອຽດ ສາເຫດ ແລະ ຄວາມເສຍຫາຍ ແມ່ນໃຫ້ລໍ້ຖ້າການຖະແຫຼງຂ່າວຈາກ ໜ່ວຍງານທີ່ກ່ຽວຂ້ອງຕໍ່ໄປ.


ພາບການລົງກວດສອບຂອງເຈົ້າໜ້າທີ່







--------------------------------




© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes