Home ໄຟໄໝ້ ຂ່າວດ່ວນ! ໄຟໄໝ້ ຕຶກວາງສະແດງສິນຄ້າ ລາວ-ໄອເຕັກ (ມີຄລິບ) 10/5/19
ຂ່າວດ່ວນ! ໄຟໄໝ້ ຕຶກວາງສະແດງສິນຄ້າ ລາວ-ໄອເຕັກ (ມີຄລິບ) 10/5/19
May 10, 2019 0
ປະຈຸບັນນີ້ 10/5/2019ເວລາ9:00ໄດ້ຮັບແຈ້ງໄຟໃໝ້ເຂດສູນການຄ້າລາວໄອເຕັກລົດດັບເພີງແລະໜ່ວຍກູ້ໄພກຳລັງເຂົ້າຊ່ວຍເຫຼືອ.
ຂ່າວເພີ່ມເຕີມຈະລາຍງານໃຫ້ຊາບອີກເທື່ອໜຶ່ງ
ຄລິບຕອນໄຟໄໝ້
ຄລິບຕອນໄຟເລີ່ມໄໝ້
ຈາກການລາຍງານເບື້ິອງຕົ້ນ ຂອງທີມງານກູ້ໄພ ໄຟໄໝ້ ແມ່ນໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນ, ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ແມ່ນກໍາລັງເລັ່ງກວດສອບຫາສາເຫດ ຂອງການເກີດໄຟໄໝ້ຄັ້ງນີ້.
ຈາກການລາຍງານຄວາມຫາຍ ດ້ານາໃນມີບູດສິນຄ້າ ປະມານ 20-30 ບູດ ຖືກໄຟໄໝ້, ຈຸດທີ່ໄໝ້ ແມ່ນແຖວໂຊລກ້ອງຂັ້ນໄດທາງຂື້ນເບື້ອງທິດເໝືອ, ເບື້ອງໂຮງໜັງເກົ່າ ແຕ່ເປັນຊັ້ນລຸ່ມ.
ໄຟທີ່ລຸກໄໝ້ຮຸນແຮງທາງດ້ານໃນຂອງຕຶກວາງສະແດງສິນຄ້າລາວໄອເຕັກ ແມ່ນໄດ້ກໍ່ໃຫ້ເກີດຄວັນດໍາຂະໜາດໃຫຍ່ຂຶ້ນ. ເຊິ່ງສາມາດແນມເຫັນ ໄດ້ຈາກຫຼາຍກິໂລແມັດ.
ບັນດາຜູ່ປະກອບການ ແລະ ຜູ່ຈັດງານ Made in Laos ແມ່ນພາກັນແຕກຕື່ນ ແລະ ຟ້າວຂົນເຄື່ອງຂອງ ໜີໄຟ. ມ່ີສິນຄ້າຈໍາໜື່ງ ກໍ່ແມ່ນຖືກເຜົາໄໝ້ໄປກັບ ເຫດອັກຄີໄພຄັ້ງນີ້.
ຄວາມເສຍຫາຍດ້ານໃນຂອງຕອນທີ່ ທີມກູ້ໄພ ແລະ ໜ່ວຍດັບໄຟ ເຂົ້າໄປສະດັບໄຟ.
ສະພາບຄວາມເສຍຫາຍ ຫຼັງດັບໄຟໄດ້
ສ່ວນລາຍລະອຽດ ສາເຫດ ແລະ ຄວາມເສຍຫາຍ ແມ່ນໃຫ້ລໍ້ຖ້າການຖະແຫຼງຂ່າວຈາກ ໜ່ວຍງານທີ່ກ່ຽວຂ້ອງຕໍ່ໄປ.
ພາບການລົງກວດສອບຂອງເຈົ້າໜ້າທີ່
--------------------------------
Subscribe to:
Post Comments
(
Atom
)














Post a Comment