Home ອຸບັດຕິເຫດ ລົດພ່ວງປີ້ນ ທີ່ທາງໂຄ້ງເຂົ້າໂຮງງານຈີນ ບ້ານປ່ອງຊອງ ເມືອງຫີນເຫີບ 9/5/19
ລົດພ່ວງປີ້ນ ທີ່ທາງໂຄ້ງເຂົ້າໂຮງງານຈີນ ບ້ານປ່ອງຊອງ ເມືອງຫີນເຫີບ 9/5/19
May 10, 2019 0
ແຂວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເວລາປະມານ 15:00 ວັນທີ 9 ພຶດສະພາ 2019 ເກີດເຫດ ລົດແຫກໂຄ້ງທາງເຂົ້າໂຮງງານຈີນ, ທີ່ບ້ານປ່ອງຊອງ, ເມືອງຫີນເຫີບ, ແຂວງວຽງຈັນ.
ລົດທີ່ເກີດເຫດ ແມ່ນລົດພ່ວງ ຂົນສົ່ງ. ຈາກການລາຍງານ ແມ່ນໂຊເຟີ ບາດເຈັບເລັກນ້ອຍ. ຈິ່ງເຕືອນໄພມາຍັງ ບັນດາໂຊເຟີ ລົດ ຂົນສົ່ງຕ້ອງໄດ້ລະມັດລະວັງ, ເພາະເຫດການລົດປີ້ນ ລົດຕໍາກັນ ໃນເຂດດັ່ງກ່າວ ແມ່ນມີຫຼາຍ ເນື່ອງຈາກ ມີບັນດາໂຄງການກໍ່ສ້າງ ແລະ ໂຮງງານ ຫຼາຍໃນເຂດນີ້.
ພາບແລະຂ່າວ: ນັກຂ່າວສັນຈອນ ບຸນມີ
--------------------------------
Subscribe to:
Post Comments
(
Atom
)



Post a Comment