ຄົນຈີນຈົມນໍ້າເສຍຊີວິດ ທີ່ຕາດກວາງຊີ 3/5/19



ຫຼວງພະບາງ: ເກີດເຫດສະຫຼົດໃຈ ລາຍງານຈາກ ໜ່ວຍກູ້ຊີບອົງການການແດງຫຼວງພະບາງ ໃຫ້ຮູ້ວ່າ ໃນວັນທີ 3 ພຶດສະພາ 2019 ເວລາ 16:31ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນຈົມນ້ຳເສຍຊີວິດ ຢູ່ຕາດກວງຊີ. ດັ່ງນັ້ນ ທາງທີມກູ້ຊີບອົງການກາແດງລາວແຂວງຫຼວງພະບາງ ໄດ້ອອກກວດສອບເຫດພົບເຫັນເພດຊາຍ 1 ຄົນ (ຄົນຈີນ) ເສຍຊີວິດ ຊື່ຫວັງຈາ ອາຍຸ 33 ປີ.





ຈຶ່ງໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງໝໍລາວ-ຈີນ ສາກົນ ແຂວງຫລວງພະບາງ

ຕາມການບອກເລົ່າຂອງຜູ້ພົບເຫດການ ເຊີ່ງລາວໄດ້ລົງຫຼິ້ນນໍ້າແລ້ວພົບເຫັນຄົນຈົມນໍ້າເສຍຊີວິດ ລາວຈຶ່ງໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນ ແລະ ເຈົ້າໜ້າທີ່ມາຊ່ວຍເອົາຜູ້ເສຍຊີວິດຂຶ້ນອອກມາຈາກນໍ້າ ຫຼັງຈາກນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ປະສານງານຫາທາງໜ່ວຍກູ້ໄພເພື່ອໄປຮັບ



ຕອນນີ້ຍັງບໍ່ຮູ້ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ຝາກແຊຣແລະບອກຕໍ່ໆກັນ ເພື່ອຕາມຫາຍາດຕິພີ່ນ້ອງຂອງຜູ້ເສຍຊີວິດຊ່ວຍກັນ





ລາຍງານໂດຍ: ໜ່ວຍກູ້ຊີບອົງການກາແດງ ຫຼວງພະບາງ

--------------------------------



© All in LAOS

Post a Comment

My Instagram

Copyright © All in LAOS. Designed by OddThemes