Home ນະຄອນຫຼວງວຽງຈັນ ຄະນະຊາວໜຸ່ມໂຮງຮຽນອ້ອມຂ້າງ ກະຊວງສຶກສາທິການ ແລະ ກິລາ ປະກາດຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປ ລາວ
ຄະນະຊາວໜຸ່ມໂຮງຮຽນອ້ອມຂ້າງ ກະຊວງສຶກສາທິການ ແລະ ກິລາ ປະກາດຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປ ລາວ
May 03, 2019 0
ຕອນແລງວັນທີ 26 ເມສາ 2019 ທີ່ວິທະຍາໄລຄູດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຄະນະຊາວໜຸ່ມໂຮງຮຽນອ້ອມຂ້າງ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປະກາດຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ສໍາລານ ພັນຄະວົງ ຄະນະເລຂາທິການ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຄະນະພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ,
ສະຫາຍ ໄພວັນ ບັນດາສັກ ຄະນະບໍລິຫານງານຊາວໜຸ່ມກະຊວງ ເລຂາຄະນະບໍລິຫານງານ ຊາວໜຸ່ມໂຮງຮຽນອ້ອມຂ້າງ ກະຊວງສຶກສາທິການ ແລະ ກິລາ, ມີຄະນະພັກວິທະຍາໄລຄູດົງຄໍາຊ້າງ, ຕາງໜ້າຄະນະບໍລິຫານງານສະຫະພັນແມ່ຍິງ ສະຫະພັນກໍາມະບານ ກະຊວງສຶກສາທິການ ແລະ ກິລາ ແຂກຖືກເຊີນ ພ້ອມດ້ວຍຄະນະບໍລິຫານງານ ແລະ ສະມາຊິກຊາວໜຸ່ມ 17 ຮາກຖານທີ່ຂຶ້ນກັບ ເຂົ້າຮ່ວມ 300 ກວ່າສະຫາຍ
ສະຫາຍ ໄພວັນ ບັນດາສັກ ກ່າວໃຫ້ຮູ້ວ່າ ຄະນະຊາວໜຸ່ມ ໂຮງຮຽນອອ້ອມຂ້າງ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວາງອອກ ສາມາດຕີລາຜົນຂອງການການຈັດຕັ້ງປະຕິບັດ ແລະ ການປະເມີນກວດກາ 4 ບຸກ ໃນສົກຮຽນ 2017-2018 ທີ່ຜ່ານມາ ໂດຍສັງລວມໄດ້ດ້ານດີ ດ້ານຕັ້ງໜ້າ ສາມາດສະຫຼຸບໄດ້ 383 ຄະແນນ ເທົ່າກັບ 95,7 ສ່ວນຮ້ອຍ ຈັດຢູ່ໃນປະເພດເຂັມແຂງຮອບດ້ານ ແລະ ໄດ້ຮັບໃບຢັ້ງຢືນເປັນຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ 4 ບຸກ ໃນທ້າຍປີ 2018.
ໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໂດຍສະເພາະບຸກທາງດ້ານແນວຄິດ ພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມນັກຮຽນ-ນັກສຶກສາ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ່ນຕໍ່ການນໍາພາຂອງພັກ, ລະບຽບກົດໝາຍຂອງລັດ, ມີແນວຄິດຮັກຊາດ ຮັກລະບອບປະຊາທິປະໄຕ, ມີຄວາມຫ້າວຫັນຕື່ນຕົວປະຕິບັດວຽກງານຂອງຄະນະຊາວໜຸ່ມ, ວຽກງານຂອງກົມກອງໄດ້ລ້ອນໜ້າທີ່ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ
ໂອກາດດັ່ງກ່າວ ສະຫາຍເລຂາ ຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໃຫ້ຄະນະຊາວໜຸ່ມໂຮງຮຽນອ້ອມຂ້າງ ເອົາໃຈໃສ່ຫຼາຍບັນຫາ ເປັນຕົ້ນແມ່ນ ເຜີຍແຜ່ເຊື່ອມຊຶມມະຕິຂອງພັກ ແຜນພັດທະນາເສດຖະກິດສັງຄົມ, ປັບປຸງກົງຈັກການຈັດຕັ້ງ ກຳນົດຂອບເຂດສິດ ແລະ ພາລະບົດບາດໃຫ້ລະອຽດ, ເອົາໃຈໃສ່ປ່ຽນແປງແນວຄິດຄອງເດີມ ເຮັດວຽກຢ່າງມີແຜນການ ກວດກາຕິດຕາມ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນຕໍ່ຊາວໜຸ່ມໄວໜຸ່ມ ພ້ອມດຽວກັນນັ້ນໃຫ້ປະຕິບັດຂໍ້ແຂ່ງຂັນ 4 ບຸກຢ່າງ ເຂັ້ມແຂງໜັກແໜ້ນ ຕິດພັນກັບເນື້ອໃນຮັກຊາດພັດທະນາ./
ລາຍງານໂດຍ: ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ
--------------------------------
Subscribe to:
Post Comments
(
Atom
)






Post a Comment