Home ອຸບັດຕິເຫດ ລະທຶກ! ລົດເກງເສຍຫຼັກ ຕໍາກໍາແພງທະລຸເຂົ້າເຮືອນປະຊາຊົນ ທາງ 13 ເໜືອ ເມືອງນາຊາຍທອງ 3/5/19
ລະທຶກ! ລົດເກງເສຍຫຼັກ ຕໍາກໍາແພງທະລຸເຂົ້າເຮືອນປະຊາຊົນ ທາງ 13 ເໜືອ ເມືອງນາຊາຍທອງ 3/5/19
May 03, 2019 0
ນະຄອນຫຼວງວຽງຈັນ: ເກີດອຸບັດຕິເຫດ ທາງ 13 ເໜືອ ຈາກຈາກລາຍງານຂອງປະຊາຊົນໃຫ້ຮູ້ວ່າ ໃນຕອນເຊົ້າເວລາປະມານ 6:00 ວັນທີ 3 ພຶດສະພາ 2019 ເກີດເຫດ ລົດເກງ ເສຍຫຼັກ ຕໍາເອົາກໍາແພງເຮືອນ ຂ້າງທາງ ຢ່າງຮຸນແຮງ. ຈຸດເກີດເຫດ ແມ່ນ ບ້ານໂພນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ລົດເກງຄັນດັ່ງກ່າວ ຂັບໂດຍຜູ່ຍິງ, ແມ່ນໄດ້ຕໍາກຳແພງ ຈົນທະລຸ ເຂົ້າໄປໃນເຂດຮົ້ວເຮືອນ ຂອງປະຊາຊົນ. ໂຊກດີທີ່ເຫດການຄັ້ງນີ້ ທຸກຄົນປອດໄພ. ແຕ່ກໍາແພງເຮືອນ ແລະ ລົດເພເສຍຫາຍໜັກ.
ລາຍງານໂດຍ: ຕຸ້ຍ ແສພັນ
--------------------------------
Subscribe to:
Post Comments
(
Atom
)




Post a Comment